ໃນວັນທີ 6 ກຸມພາ 2026 ນີ້, ທີ່ຫ້ອງຮັບແຂກ ສໍານັກງານຜູ້ອໍານວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ(ມຊ) ທ່ານ ສຈ.ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອໍານວຍການໃຫຍ່ ມຊ ພ້ອມດ້ວຍຫົວໜ້າຫ້ອງການ ແລະ ພະນັກງານທີ່ກ່ຽວຂ້ອງ ໄດ້ຕ້ອນຮັບຄະນະຜູ້ແທນຈາກ Dongseo University ສາທາລະນະລັດ ເກົາຫຼີ ທີ່ເດີນທາງມາຢ້ຽມຢາມ ແລະ ປຶກສາຫາລື ເພື່ອແລກປ່ຽນບົດຮຽນດ້ານວິຊາການ.
ໃນພິທີ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອໍານວຍການໃຫຍ່ ມຊ ໄດ້ກ່າວສະແດງຄວາມຍິນດີຕໍ່ການມາຢ້ຽມຢາມ ແລະ ກ່າວຕ້ອນຮັບຄະນະຜູ້ແທນດ້ວຍຄວາມອົບອຸ່ນ. ເຊິ່ງການພົບປະກັນໃນຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຮ່ວມມືດ້ານວິຊາການເຊິ່ງກັນ ແລະກັນໃນອະນາຄົດອັນໃກ້ນີ້, ເພື່ອສ້າງອະນາຄົດທີ່ດີ ແລະ ທັນສະໄໝໃຫ້ແກ່ວຽກງານການສຶກສາ ເວົ້າລວມ; ເວົ້າສະເພາະການຄົ້ນຄວ້າວິທະຍາສາດຂອງນັກວິຊາການທັງສອງ ມະຫາວິທະຍາໄລ. ຄະນະນໍາ ມຊ ມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ ການຮ່ວມມືລະຫວ່າງ ມຊ ແລະ Dongseo University ໃນປີ 2026 ນີ້ ຈະສົ່ງຜົນດີ ແລະ ສ້າງແຮງບັນດານໃຈໃຫ້ແກ່ຄູ-ອາຈານ ກໍຄືນັກສຶກສາໃນການກ້າວໄປສູ່ຄວາມເປັນເລີດໃນລະດັບສາກົນຢ່າງບໍ່ຢຸດຢັ້ງ.