ໃນວັນທີ 18 ກຸມພາ 2026 ຜ່ານມານີ້, ຄະນະວິທະຍາສາດສັງຄົມ(ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມສໍາມະນາທາງວິຊາການ ກ່ຽວກັບການຄົ້ນຄວ້າບູຮານຄະດີ ຂອງເຄື່ອງຈັກສານກະຕ່າໃນລາວ ລະຫວ່າງ ພາກວິຊາປະຫວັດສາດ ແລະ ບູຮານວິທະຍາ ຄສຄ. ມຊ ຮ່ວມກັບຊ່ຽວຊານດ້ານບູຮານວິທະຍາຂອງຍີ່ປຸ່ນ ທີ່ຫ້ອງປະຊຸມຂອງ ຄສຄ, ໂດຍການເຂົ້າຮ່ວມຂອງທ່ານ ຮສ.ປອ ນາງ ສົມຄິດ ບູລິດຳ ຫົວໜ້າຄະນະວິຊາ ຄສຄ, ທ່ານ ດຣ. ຍູກະ ຊາຊາກິ ຈາກມະຫາວິທະຍາໄລການາຊາວະ ປະເທດຍີ່ປຸ່ນ, ມີຫົວໜ້າພາກວິຊາ, ຜູ້ຊ່ຽວຊານ ແລະ ພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອລາຍງານຜົນຂອງການຄົ້ນຄວ້າ, ການເກັບກຳຂໍ້ມູນ ແລະ ການສຳຫຼວດພາກສະໜາມກ່ຽວກັບຫັດຖະກຳຈັກສານໄມ້ປ່ອງໃນປີ 2022-2025; ນັບແຕ່ປີ 2012 ເປັນຕົ້ນມາ ພາກວິຊາປະຫວັດສາດ ແລະ ບູຮານວິທະຍາ ຮ່ວມກັບຊ່ຽວຊານທາງດ້ານບູຮານວິທະຍາຂອງຍີ່ປຸ່ນ ໃນການສຳຫຼວດເຄື່ອງຈັກສານຂອງປະຊາຊົນລາວບັນດາເຜົ່າ ແມ່ນຕິດພັນກັບການດຳລົງຊີວິດ ແລະ ວັດທະນະທຳ ຂອງແຕ່ລະທ້ອງຖິ່ນ. ເຊິ່ງປີ 2022 ໄດ້ມີການສຳຫຼວດຢູ່ແຂວງ ອັດຕະປື ແລະ ເມືອງໂພນໂຮງ ແຂວງວຽງຈັນ, ປີ 2024 ໄດ້ລົງສຳຫຼວດຢູ່ເມືອງສິງ, ເມືອງລອງ ແຂວງຫຼວງນໍ້າທາ, ປີ 2025 ໄດ້ລົງສຳຫຼວດທີ່ບ້ານທ່າໄຜ່ບ້ານ, ບ້ານກໍປົງ ແລະ ບ້ານສອງແຫຼກ ເມືອງນາກາຍ ແຂວງຄຳມ່ວນ ແລະ ການລົງສຳຫຼວດລ່າສຸດ ແມ່ນໃນລະຫວ່າງວັນທີ 12-17 ກຸມພາ 2026, ທີ່ບ້ານພຽງເຜື້ອ, ບ້ານປາວໃຕ້, ບ້ານປາວເໜືອ ເມືອງຊໍາໃຕ້ ແຂວງຫົວພັນ, ເຄື່ອງຈັກສານທີ່ລົງໄປສຳຫຼວດແມ່ນ ກະຕ່າ, ການສານມວຍ (ຫວດ) ໜຶ້ງເຂົ້າ, ກະຕິບເຂົ້າ, ກະບູງ ແລະ ອື່ນໆ ທີ່ເປັນເອກະລັກ ແລະ ລວດລາຍສະເພາະຂອງແຕ່ລະເຂດ.