ກອງປະຊຸມສຳມະນາຝຶກອົບຮົມໃຫ້ກັບຄູ-ອາຈານ ທີ່ສິດສອນພາສາອັງກິດ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-24 ກຸມພາ 2026 ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ໃນຫົວຂໍ້: “ການນຳໃຊ້ AI ໃຫ້ມີຄຸນະພາບໃນການສອນພາສາອັງກິດ Ethical and Effective Use of AI in English Instruction”. ໂດຍຜູ້ເຂົ້າຮ່ວມຝຶກອົບຮົມຈະໄດ້ຮູ້ຈັກກັບເຄື່ອງມືສໍາຄັນກ່ຽວກັບການສອນ ແລະການຮຽນຮູ້ດ້ວຍ AI, ການພັດທະນາການຄິດວິເຄາະ (Critical Thinking) ໃນຍຸກ AI, ການໃຊ້ເຄື່ອງມືຕິຈິຕອນເພື່ອກະຕຸ້ນການມີສ່ວນຮ່ວມຂອງນັກສຶກສາ ລວມເຖິງການນຳໃຊ້ສື່ເພື່ອເສີ່ມສ້າງຄວາມໝັ້ນໃຈໃນການເວົ້າພາສາອັງກິດຂອງນັກສຶກສາອີກດ້ວຍ.
ນອກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ກ່ຽວກັບການປະຍຸກໃຊ້ AI ເຂົ້າໃນການຮຽນ-ການສອນໃຫ້ມີປະສິດທິພາບສູງ ແລະນຳໃຊ້ຢ່າງຖືກຕ້ອງ, ຂັ້ນຕອນການນຳໃຊ້ AI ຢ່າງລະອຽດ ເພື່ອເຮັດໃຫ້ການຮຽນການ-ການສອນພາສາອັງກິດ ໄດ້ຮັບຄຸນະພາບດີ ເຊິ່ງວິທະຍາກອນຝຶກອົບຮົມແມ່ນຜູ້ຊ່ຽວຊານຕ່າງປະເທດຈາກ U.S. Department of State (English Language Specialist Program), ໂຄງການຟູນໄບ (Fulbright English Teaching Assistant), ອາຈານຈາກຄະນະອັກສອນສາດ (ຄອສ), ແລະສູນຝຶກອົບຮົມພາສາອັງກິດ ລາວ-ອິນເດຍ.
ການຝຶກອົບຮົມຄັ້ງນີ້ ເປັນໜື່ງໃນກິດຈະກຳຍ່ອຍຂອງກອງປະຊຸມການສອນພາສາອັງກິດສຳລັບຄູລາວທົ່ວປະເທດ ຄັ້ງທີ 20 (The 20th LaoTESOL International Conference) ທີ່ຈະຂຶ້່້ນໃນໄວໆນີ້ ພາຍໃຕ້ຫົວຂໍ້: “ການສອນພາສາອັງກິດໃນຍຸກຕິຈິຕອນ: ເສີມສ້າງສັກກະຍະພາບຄູ ແລະການມີສ່ວນຮ່ວມຂອງນັກຮຽນ” ທີ່ແຂວງຫຼວງພະບາງ.