ໃນໄລຍະ 1 ປີຜ່ານມານ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດຕັ້ງປະຕິບັດໂຄງການ REAL (2025 – 2028), ໂດຍການສະໜັບສະໜູນຫຼັກຈາກ ສະຫະພາບເອີຣົບ, ເຊິ່ງມີຈຸດປະສົງປັບປຸງຄຸນນະພາບຫຼັກສູດການສຶກສາໂດຍພາຍໃນ (internal quality assurance) ແລະ ປະຕິບັດການຮຽນການສອນທີ່ເນັ້ນຜົນຮັບການຮຽນ (outcome-based education). ພາຍໃຕໂຄງການດັ່ງກ່າວ, ມີທັງໝົດ 9 ສາຂາວິຊາ ລະດັບປະລິນຍາຕີຈາກ ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈໍາປາສັກ ແລະ ມະຫາວິທະຍາໄລສຸພານຸວົງ ໄດ້ເຂົາຮ່ວມໃນໂຄງການ, ໂດຍມີ 5 ສາຂາວິຊາຈາກ ມຊ: ພາສາອັງກິດ, ບໍລິຫານທຸລະກິດ, ລ້ຽງສັດ, ວິສະວະກໍາການປຸງແຕ່ງອາຫານ, ແລະ ວິສະວະກໍາຂົນສົ່ງ ແລະ ໂລຈິດສ໌ຕິກ. ໜຶ່ງໃນໜ້າວຽກຂອງໂຄງການແມ່ນຮັບປະກັນຄວາມສອດຄ່ອງຂອງຫຼັກສູດ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານໃນດ້ານທັກສະ ແລະ ຄວາມຮູ້ຂອງນັກສຶກສາທີ່ຈົບຈາກສາຂາດັ່ງກ່າວນັ້ນ. ສະນັ້ນ, ອາຈານ ແລະ ຊ່ຽວຊານໂຄງການ ໄດ້ເຮັດການສຶກສາຄົ້ນຄວ້າຄວາມຕ້ອງການທັກສະ ແລະ ຄວາມຮູ້ ໃນທັງໝົດ 9 ສາຂາວິຊາ ໂດຍສໍາຫຼວດຄວາມຄິດເຫັນຂອງ ນັກສຶກສາ, ອາຈານ, ສິດເກົ່າ ແລະ ຜູ້ຈ້າງງານໃນທົ່ວປະເທດ ເພື່ອກໍານົດຄຸນລັກສະນະຂອງນັກສຶກສາ (Graduate Profile) ທີ່ຮຽນຈົບຈາກ 9 ສາຂານັ້ນ. ທ່ານສາມາດອ່ານຜົນການຄົ້ນຄວ້າໄດ້ໃນເອກະສານລຸ່ມນີ້:
- ບົດຄັດຫຍໍ້ຜົນການຄົ້ນຄວ້າ: https://drive.google.com/file/d/1W4EAt2pAOX51tCCf_ux2VDH7jn36UBSl/view?usp=sharing
- ບົດລາຍສະບັບເຕັມ, ສາມາດເຂົ້າອ່ານໄດ້ໃນເວບໄສ໌ໂຄງການ: https://tuninglaopdr-real.com