ໃນວັນທີ 11 ມີນາ 2026 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດຝືກອົບຮົມ ໂຄງການກິດຈະກຳແນະແນວສາຍການຮຽນຂອງມະຫາວິທະຍາໄລແຫ່ງຊາດ ໃນຫົວຂໍ້: “ການສ້າງຄິບວີດີໂອສັ້ນດ້ວຍ AI ແລະການນຳໃຊ້ໂປຣແກມຕັດຕໍ່ Capcut” ແລະ ຫົວຂໍ້: “ການແນະແນວສາຍການຮຽນຂອງຄະນະວິຊາຕ່າງໆ” ປະຈຳສົກສຶກສາ 2026 – 2027, ທີ່ຫ້ອງປະຊຸມສໍາມະນາຂອງຄະນະເສດຖະສາດ ແລະບໍລິຫານທຸລະກິດ. ໂດຍການເຂົ້າຮ່ວມຂອງ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ມີທ່ານຫົວໜ້າຫ້ອງການວິຊາການ ແລະຄຸ້ມຄອງນັກສຶກສາ, ຫ້ອງການແຜນການ ແລະການເງິນ ພ້ອມດ້ວຍຕົວແທນອາຈານ ແລະນັກສຶກສາ ຈາກຄະນະວິຊາຕ່າງໆເຂົ້າຮ່ວມ.
ໃນພິທີ, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ກໍໄດ້ກ່າວວ່າ: ເມື່ອເວົ້າເຖິງສາຍການຮຽນຂອງ ມຊ ໃນລະດັບປະລິນຍາຕີ ໃນປັດຈຸບັນແມ່ນມີຫຼາຍກວ່າ 100 ຫຼັກສູດ ທີ່ດຳເນີນການຮຽນ-ການສອນໃນ 13 ຄະນະວິຊາ ເພື່ອເປັນການເຜີຍແຜ່ ແລະແນະນຳບັນດາຫຼັກສູດຕ່າງໆເຫຼົ່ານັ້ນ, ມຊ ຈື່ງໄດ້ມີການລິເລີ່ມໂຄງການແນະແນວສາຍການຮຽນເພື່ອລົງໃຫ້ຂໍ້ມູນກັບນັກຮຽນໃນລະດັບມັດທະຍົມສຶກສາຕອນປາຍ (ໂດຍສະເພາະຜູ້ທີ່ກຳລັງຈະຈົບ ມ7) ໄດ້ຮູ້ຈັກຂໍ້ມູນຫຼັກສູດການຮຽນ-ການສອນຢ່າງເລິກເຊິ່ງ ແລະເຂົ້າໃຈກ່ຽວກັບຫຼັກສູດໄດ້ຫຼາຍຂຶ້ນ.
ການເຝິກອົບຮົມຄັ້ງນີ້ມີ 2 ຫົວຂໍ້ຄື: 1. “ການສ້າງຄິບວີດີໂອສັ້ນດ້ວຍ AI ແລະການນຳໃຊ້ໂປຣແກມຕັດຕໍ່ Capcut” ໃຫ້ກັບຄະນະວິຊາ ເພື່ອນຳໄປສ້າງເປັນຄິບສັ້ນກ່ຽວກັບການແນະນຳຫຼັກສູດຂອງຕົນເອງ ໂດຍເນັ້ນການປະຕິບັດຕົວຈິງ; 2. “ການແນະແນວສາຍການຮຽນຂອງຄະນະວິຊາຕ່າງໆ” ແມ່ນການເຝິກອົບຮົມໃຫ້ກັບນັກສຶກສາທີ່ເປັນຕົວແທນມາຈາກຄະນະວິຊາຕ່າງໆ ທີ່ເຂົ້າຮ່ວມໂຄງການເພື່ອລົງໄປເຮັດກິດຈະກຳລົງແນະແນວສາຍການຮຽນໃຫ້ກັບນັກຮຽນໃນຊັ້ນມັດທະຍົມຕອນປາຍທີ່ຈະຈັດຂື້ນໃນໄວໆນີ້.