ໃນວັນທີ 13 ມີນາ 2026 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີພິທີປະກາດການຈັດຕັ້ງຂັ້ນຮອງຫົວໜ້າຫ້ອງການ 4 ຫ້ອງການ (ຫ້ອງການສັງລວມ ແລະພົວພັນຕ່າງປະເທດ, ຫ້ອງການວິຊາການ ແລະຄຸ້ມຄອງນັກສຶກສາ, ຫ້ອງການຈັດຕັ້ງ-ພະນັກງານ ແລະກວດກາ ແລະຫ້ອງການແຜນການ ແລະການເງິນ) ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະວິຊາ ແລະພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.
ໃນພິທີ ທ່ານ ປອ. ຊາຍຄຳ ວັນນະໄຊ ຫົວໜ້າຫ້ອງການຈັດຕັ້ງ-ພະນັກງານ ແລະກວດກາ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະກີລາ:
- ສະບັບເລກທີ 1031/ສສກ, ລົງວັນທີ 6 ມີນາ 2026 ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງ ມະຫາວິທະຍາໄລແຫ່ງຊາດໂດຍແຕ່ງຕັ້ງ: ທ່ານ ນາງ ສີພະຈັນ ສີວິໄລ ເປັນຮອງຫົວໜ້າຫ້ອງການຈັດຕັ້ງ-ພະນັກງານ ແລະກວດກາ ມຊ; ແຕ່ງຕັ້ງ ທ່ານ ຈັນທະບູນ ສີສຸວົງ ເປັນຮອງຫົວໜ້າຫ້ອງການຈັດຕັ້ງ-ພະນັກງານ ແລະກວດກາ ມຊ
- ສະບັບເລກທີ 1032/ສສກ, ລົງວັນທີ 6 ມີນາ 2026 ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງ ມະຫາວິທະຍາໄລແຫ່ງຊາດໂດຍແຕ່ງຕັ້ງ: ທ່ານ ປອ. ນາງ ໃບສີ ວາເນັ່ງຈື ເປັນຮອງຫົວໜ້າຫ້ອງການສັງລວມ ແລະພົວພັນຕ່າງປະເທດ ມຊ; ແຕ່ງຕັ້ງ: ທ່ານ ອຳເຄັງ ເພັງລາສີ ເປັນຮອງຫົວໜ້າຫ້ອງການສັງລວມ ແລະພົວພັນຕ່າງປະເທດ ມຊ; ແຕ່ງຕັ້ງ: ທ່ານ ສູນທະລີ ບົວສີສະຫວັດ ເປັນຮອງຫົວໜ້າຫ້ອງການສັງລວມ ແລະພົວພັນຕ່າງປະເທດ ມຊ.
- ສະບັບເລກທີ 1034/ສສກ, ລົງວັນທີ 6 ມີນາ 2026 ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງ ມະຫາວິທະຍາໄລແຫ່ງຊາດໂດຍແຕ່ງຕັ້ງ: ທ່ານ ນາງ ບຸນນຳ ຊົມວິມານ ເປັນຮອງຫົວໜ້າຫ້ອງການວິຊາການ ແລະຄຸ້ມຄອງນັກສຶກສາ ມຊ; ທ່ານ ປອ. ຄຳຫຼ້າ ອິນຄະວິໄລ ເປັນຮອງຫົວໜ້າຫ້ອງການວິຊາການ ແລະຄຸ້ມຄອງນັກສຶກສາ ມຊ; ທ່ານ ເປີ້ນ ອິນທະໝໍ່ ເປັນຮອງຫົວໜ້າຫ້ອງການວິຊາການ ແລະຄຸ້ມຄອງນັກສຶກສາ ມຊ; ທ່ານ ປອ. ທະນູສອນ ວົງປຣະເສີດ ເປັນຮອງຫົວໜ້າຫ້ອງການວິຊາການ ແລະຄຸ້ມຄອງນັກສຶກສາ ມຊ.
- ສະບັບເລກທີ 1037/ສສກ, ລົງວັນທີ 6 ມີນາ 2026 ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງ ມະຫາວິທະຍາໄລແຫ່ງຊາດໂດຍແຕ່ງຕັ້ງ: ທ່ານ ບົວພັນ ບຸນໄຊທິບ ເປັນຮອງຫົວໜ້າຫ້ອງການແຜນການ ແລະການເງິນ ມຊ; ແຕ່ງຕັ້ງ: ທ່ານ ຫຼ້າ ທຳມະວົງ ເປັນຮອງຫົວໜ້າຫ້ອງການແຜນການ ແລະການເງິນ ມຊ.
ໃນພິທີ, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ກໍໄດ້ໂອ້ລົມໃນທີ່ປະຊຸມໂດຍທ່ານໄດ້ກ່າວເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເອົາໃຈໃສ່ບັນດາໜ້າວຽກທີ່ໄດ້ຮັບການມອບໝາຍ ພ້ອມທັງຈັດແຈງໜ້າວຽກຕ່າງໆໃຫ້ກົງກັບຄວາມຊໍານານງານ ແລະວິຊາສະເພາະຂອງແຕ່ລະບຸກຄົນ ເພື່ອຂັບເຄື່ອນວຽກງານບໍລິຫານໃຫ້ສຳເລັດຜົນ.