ກຸ່ມບໍລິສັດມາລີນີ ມອບເງິນອຸປະຖຳຈຳນວນ 10.000.000 ກີບ ໃຫ້ກັບສະຫະພັນກີລາ ມະຫາວິທະຍາໄລລາວ ໃນການນຳພານັກກີລາ ແລະຄະນະເຂົ້າຮ່ວມແຂ່ງຂັນໃນງານ ກິລາບານເຕະນັກສຶກສາມະຫາວິທະຍາໄລ ທີ່ຈະຈັດຂຶ້ນທີ ມະຫາວິທະຍາໄລຫຍ່າຈາງ ສສ ຫວຽດນາມ ໃນຊ່ວງວັນທີ 25 ເດືອນມີນາ - 6 ເມສາ 2026 ທີ່ຈະມາເຖິງນີ້, ເຊິ່ງມອບໂດຍ ທ່ານ ປອ. ສົມປະສົງ ພົມມະເສນຜູ້ບໍລິຫານຂອງ ບໍລິສັດມາລີນີ ແລະຮັບໂດຍ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ເປັນປະທານຄະນະບໍລິຫານງານສະຫະພັນກິລາມະຫາວິທະຍາໄລລາວ, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຮອງປະທານ, ເລຂາທິການສະຫະພັນກິລາມະຫາວິທາຍາໄລລາວ ພ້ອມດ້ວຍຄະນະ ທີ່ສະໂມສອນໃຫຍ່ ມຊ.
ກຸ່ມບໍລິສັດມາລີນີ ມອບເງິນອຸປະຖຳຈຳນວນ 10.000.000 ກີບ ໃຫ້ກັບສະຫະພັນກີລາ ມະຫາວິທະຍາໄລລາວ