ໃນວັນທີ 18 ມີນາ 2026 ຜ່ານມາ, ບໍລິສັດ ລາວ ກຣີນດີວີລົບເມັ້ນ ໄດ້ມອບທຶນສະໜັບສະໜູນສ້ອມແປງຫ້ອງຮຽນປະລິນຍາໂທ ຈຳນວນ 2 ຫ້ອງໃຫ້ແກ່ຄະນະອັກສອນສາດ (ຄອສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ທີ່ເປ່ເພ່ໃຫ້ກັບມາມີສະພາບທີ່ດີຂຶ້ນ ແລະພ້ອມຮັບໃຊ້ການຮຽນ-ການສອນໃຫ້ມີຄຸນນະພາບຍ ໂດຍເປັນກຽດມອບຂອງທ່ານ ຄຳຫຼວງ ອິນທະວົງ ປະທານບໍລິສັດ ລາວ ກຣີນດີວີລົບເມັ້ນ ຈຳກັດຜູ້ດຽວ ແລະຮັບໂດຍທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມ ທັງເປັນປະທານສະພາມະຫາວິທະຍາໄລ ພ້ອມດ້ວຍຫົວໜ້າຄະນະວິຊາ ຄອສ, ຫົວໜ້າຫ້ອງການສັງລວມ ແລະພົວພັນຕ່າງປະເທດ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ຄຳຫຼວງ ອິນທະວົງ ກໍໄດ້ກ່າວສະແດງຄວາມຍີນດີ ແລະດີໃຈທີ່ໄດ້ປະກອບສ່ວນສະໜັບສະໜູນການສ້ອມແປງຫ້ອງຮຽນປະລິນຍາໂທ ໂດຍມີມູນຄ່າ 341.400.400 ກີບ (ສາມຮ້ອຍສີ່ສິບເອັດລ້ານສີ່ແສນສີ່ີຮ້ອຍກີບ) ໃຫ້ແກ່ຄະນະອັກສອນສາດ ມຊ ໃນຄັ້ງນີ້ ເຊິ່ງທ່ານໄດ້ເລັ່ງເຫັນຄວາມສຳຄັນຂອງວຽກງານການສຶກສາມາໂດຍຕະຫຼອດ ເພາະການສຶກສາເປັນເງື່ອນໄຂພື້ນຖານໃນການພັດທະນາຊັບພະຍາກອນມະນຸດ ກໍຄືການພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ ແລະທ່ານກໍພ້ອມທີ່ຈະໃຫ້ການສະໜັບສະໜູນການສຶກສາອີກໃນຄັ້ງໃນອະນາຄົດ.
ໂອກາດດຽວກັນ, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງຜູ້ທີ່ໃນການສະໜັບສະໜູນໃນຄັ້ງນີ້ ຖືເປັນການຊ່ວຍເຫຼືອທີ່ສຳຄັນ ແລະມີຄຸນຄ່າມະຫາສານໃຫ້ແກ່ ມຊ ເວົ້າລວມ ເວົ້າສະເພາະກໍຄືໄດ້ອຳນວຍຄວາມສະດວກໃນດ້ານພື້ນຖານໂຄງລ່າງທີ່ເປັນປັດໄຈສຳຄັນຂອງການພັດທະນາການສຶກສາ ການຈັດຕັ້ງການຮຽນ-ການສອນຂອງພາກວິຊາພາສາອັງກິດ ຄະນະອັກສອນສາດນັ້ນເອງ.