ຄະນະເສດຖະສາດ ແລະບໍລິຫານທຸລະກິດ ມຊ ຮ່ວມກັບ ຄະນະມະນຸດສາດ ແລະວິທະຍາສາດສັງຄົມ ມະຫາວິທະຍາໄລທັກສິນ ປະເທດໄທ ຈັດກອງປະຊຸມນາໆຊາດດ້ານມະນຸດສາດ ແລະ ສັງຄົມສາດຄັ້ງທີ 6 ພາຍໃຕ້ຫົວຂໍ້ “Strengthening Academic Networks to Enhance Community Management and Development” ໄດ້ຈັດຂຶ້ນທີ່ ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 19 ມີນາ 2026 ຜ່ານມາ, ໂດຍການເຂົ້່າຮ່ວມຂອງທ່ານ ທ່ານ ສຈ. ປອ. ພູເພັດ ກຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ທ່ານ ຜູ້ຊ່ວຍສາດສະດາຈານ ດຣ ປາລິຊັດ ຕູ້ຄຳ ຄະນະບໍດີ ຄະນະມະນຸດສາດ ແລະສັງຄົມສາດ ມະຫາວິທະຍາໄລທັກສິນ ປະເທດໄທພ້ອມດ້ວຍຕົວແທນຄູ-ອາຈານ ແລະນັກສຶກສາຈາກສອງມະຫາວິທະຍາໄລເຂົ້າຮ່ວມ.
ໂອກາດນີ້, ທ່ານ ສຈ. ປອ. ພູເພັດ ກຽວພິລາວົງ ໄດ້ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອເປັນການຂໍ່ານັບຮັບຕ້ອນການສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະເສດຖະສາດ ແລະບລິຫານທຸລະກິດ ຄົບຮອບ 30 ປີ ກໍ່ຄືການສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີເຊັ່ນດຽວກັນ ເຊິ່ງກອງປະຊຸມໄດ້ດຳເນີນຢູ່ໃນສາມວາລະເນື້ອໃນສຳຄັນຄື: ການນຳສະໜີຜົນງານດ້ານວິຊາການ 5 ກຸ່ມ ປະກອບມີ: Management Panel (ກຸ່ມການບໍລິຫານຈັດການ), Social Science Panel (ກຸ່ມມະນຸດສາດ ແລະວິທະຍາສາດສັງຄົມ), Education panel (ກຸ່ມສຶກສາສາດ), CWIE Panel (ກຸ່ມການສຶກສາສະຫະກິດ ແລະບູລະນາການກັບການເຮັດວຽກ), Distinguished Honorary Presenter Panel (ກຸ່ມຜູ້ນໍາສະເໜີກິດຕິມະສັກຜູ້ຊົງຄຸນວຸດທິ) ແລະມີການແຂ່ງຂັນນະວັດຕະກໍາໃນຫົວຂໍ້ “ການນຳສະເໜີຜົນງານດ້ານການສ້າງມູນຄ່າເພີ່ມໃຫ້ກັບຊຸມຊົນ” ໂດຍມີນັກສຶກສາຈາກມະຫາວິທະຍາທັກສິນ 12 ທີມເຂົ້າຮ່ວມແຂ່ງຂັນ ແລະນັກສຶກສາຈາກຄະນະເສດຖະສາດ ແລະບໍຫານທຸລະກິດ 6 ທີມເຂົ້າຮ່ວມແຂ່ງຂັນ ພາຍໃຕ້ທຶນການສະໜັບສະໜູນຈາກສະມາຄົມດີມີສຸກຈາກປະເທດໄທ, ໂດຍການແຂ່ງຂັນດັ່ງກ່າວ, ໄດ້ມີການມອບລາງວັນໃຫ້ກັບທີມທີ່ມີຄວາມຄິດສ້າງສັນ ແລະນະວັດຕະກຳຈາການແຂ່ງຂັນອີກດ້ວຍ.
ພ້ອມນັ້ນ, ທ່ານ ຮສ. ນາງ ວາດສະໜາ ຈັນທະນາສິນ ຫົວໜ້າຄະນະວິຊາຄະນະເສດຖະສາດ ແລະບລິຫານທຸລະກິດ ໄດ້ກ່າວເຖິງການຮ່ວມຂອງ ຄະນະເສດຖະສາດ ແລະບລິຫານທຸລະກິດກັບນາໆຊາດເຊິ່ງສ່ອງແສງໃຫ້ເຫັນເຖິງການພັດທະນາ ແລະການຍົກລະດັບດ້ານການສຶກສາໃຫ້ທຽບເທົ່າກັບສາກົນ ແລະທ່ານຍັງຊີ້ໃຫ້ເຫັນເຖິງການສ້າງຄວາມສຳຄັນ ແລະຄວາມເຂັ້ມແຂງກັບສາກົນ ບໍ່ວ່າຈະເປັນການແລກປ່ຽນການສິດສອນ, ແລກປ່ຽນທຶນການສຶກສາ, ການຄົ້ນຄວ້າ ແລະການພັດທະນາ ໃນຂົງເຂດເສດຖະກິດສັງຄົມ.
ນອກຈາກນັ້ນ, ໃນພິທີຍັງໄດ້ລົງນາມການຮ່ວມມືທາງດ້ານວິຊາການລະຫວ່າງສອງຝ່າຍ ໂດຍລົງນາມຕາງໜ້າໃຫ້ກັບຝ່າຍ ຄະນະເສດຖະສາດ ແລະບລິຫານທຸລະກິດ ມຊ ໂດຍທ່ານ ທ່ານ ຮສ. ນາງ ວາດສະໜາ ຈັນທະນາສິນ ແລະ ຕາງໜ້າຝ່າຍ ຄະນະມະນຸດສາດ ແລະວິທະຍາສາດສັງຄົມ ມະຫາວິທະຍາໄລທັກສິນ ປະເທດໄທ ໂດຍທ່ານ ທ່ານ ຜູ້ຊ່ວຍສາດສະດາຈານ ດຣ ປາລິຊັດ ຕູ້ຄຳ.