Select your language

ພິທີເຊັນສັນຍາຮ່ວມມື ລະຫວ່າງສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ບໍລິສັດ ຊີໂນທຣານ-ພີແອວຈີລາວ ໂລຈິສຕິກ ຈຳກັດ ໄດ້ຈັດຂຶ້ນໃນວັນທີ 21 ເມສານີ້ ທີ່ ສຂຈ, ລົງນາມໃນຄັ້ງນີ້, ຝ່າຍລາວໂດຍທ່ານ ນາງ ນິພາພອນ ກັນຍາວົງ ຮອງຫົວໜ້າ ສຂຈ ແລະ ຝ່າຍຈີນໂດຍ ທ່ານ ແຢ້ຈື້ຕາ (YEZHIDA) ຮອງປະທານບໍລິສັດຊີໂນທຣານ-ພີແອວຈີ ລາວ ໂລຈິສຕິກ ຈໍາກັດ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ, ທ່ານ ໄຫຊ່ຽນ ເລຂາທີ່ປຶກສາດ້ານເສດຖະກິດ-ການຄ້າສະຖານທູດຈີນ ປະຈຳລາວ, ມີຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີ, ທ່ານ ຄໍາຮຸ່ງ ຈັນທະວົງ ຫົວໜ້າ ສຂຈ ກ່າວວ່າ: ພິທີເຊັນສັນຍາຮ່ວມມືໃນຄັ້ງນີ້, ຖືວ່າເປັນບາດກ້າວໜຶ່ງທີ່ສໍາຄັນໃນການສືບຕໍ່ ແລະ ຂະຫຍາຍການຮ່ວມມືດ້ານການສຶກສາ, ພາສາ ແລະ ວັດທະນະທໍາ ລະຫວ່າງພາກການສຶກສາ ແລະ ພາກທຸລະກິດ ເວົ້າລວມ, ເວົ້າສະເພາະກໍແມ່ນສະຖາບັນຂົງຈື ແລະ ບໍລິສັດຊີໂນທຣານ-ພີແອວຈີ ລາວ ໂລຈິສຕິກ ຈຳກັດ. ພ້ອມນີ້, ຈະເປັນພື້ນຖານອັນດີ ໃນການສ້າງໂອກາດໃໝ່ໆ ໃຫ້ນັກສຶກສາ, ຄູ-ອາຈານ ແລະ ສັງຄົມ ເວົ້າລວມ, ເວົ້າສະເພາະກໍແມ່ນຂົງເຂດພາສາຈີນ ແລະ ການຂົນສົ່ງ ຫຼື ໂລຈິສຕິກ ຊຶ່ງປັດຈຸບັນການຂົນສົ່ງແມ່ນໝາກຫົວໃຈຂອງການພັດທະນາເສດຖະກິດ, ການມີຄວາມຮູ້ພາສາຈີນໃນຂົງເຂດວຽກງານການຂົນສົ່ງຖືວ່າເປັນວຽກງານທີ່ຈໍາເປັນ ແລະ ຮີບດ່ວນທີ່ຈະຕ້ອງໄດ້ຮ່ວມມືກັນສ້າງບຸກຄະລາກອນໃນຂົງເຂດດັ່ງກ່າວໃຫ້ມີການພັດທະນາ. ການຮ່ວມມືລະຫວ່າງສອງຝ່າຍໃນຄັ້ງນີ້, ຖືວ່າເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນປີການສ້າງຕັ້ງສາຍສໍາພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ຫວັງຢ່າງຍິ່ງວ່າຈະມີກິດຈະກໍາຫຼາຍໆຢ່າງເພື່ອສ້າງຂະບວນການໃນປີທີ່ມີຄວາມໝາຍຄວາມສໍາຄັນຂອງສອງຊາດລາວ-ຈີນ.

ທ່ານ ແຢ້ຈື້ຕາ ກ່າວວ່າ: ການລົງນາມຮ່ວມມືໃນຄັ້ງນີ້, ຈະເປັນການເລີ່ມຕົ້ນຂອງ “ຊັ້ນຮຽນດາວເດັ່ນດ້ານໂລຈິສຕິກ ຊິໂນທຣານ”, ການສ້າງຕັ້ງກອງທຶນຊ່ວຍເຫຼືອການສຶກສາ ແລະ ການສ້າງຄັງບຸກຄະລາກອນສຳຮອງ. ຈຸດປະສົງຫຼັກເພື່ອສ້າງຂົວຕໍ່ໃຫ້ແກ່ໄວໜຸ່ມລາວ ຈາກຫ້ອງຮຽນກ້າວໄປສູ່ການເຮັດວຽກຕົວຈິງ, ເພື່ອໃຫ້ກາຍເປັນບຸກຄະລາກອນທີ່ເສດຖະກິດຕາມເສັ້ນທາງລົດໄຟລາວ-ຈີນຕ້ອງການທີ່ສຸດ.

ໂອກາດນີ້, ໄດ້ມີພິທີມອບ-ຮັບທຶນການສຶກສາໃຫ້ນັກສຶກສາທຸກຍາກຈໍານວນ 10 ຄົນ ມູນຄ່າ 100 ລ້ານກີບ ຊຶ່ງທຶນດັ່ງກ່າວມີຄວາມໝາຍຢ່າງຍິ່ງຕໍ່ນັກສຶກສາຜູ້ຂາດໂອກາດເພາະບໍ່ພຽງຊ່ວຍບັນເທົາພາລະຄ່າໃຊ້ຈ່າຍໃນການຮຽນເທົ່ານັ້ນ, ແຕ່ຍັງເປັນການໃຫ້ກໍາລັງໃຈໃຫ້ນັກສຶກສາຜູ້ທີ່ຍັງມີຄວາມຂາດເຂີນ ໄດ້ມີຄວາມມຸ່ງໝັ້ນພາກພຽນຮໍ່າຮຽນສູ້ຊົນຕໍ່ໄປ. ໃຫ້ກຽດມອບໂດຍທ່ານ ແຢ້ຈື້ຕາ ແລະ ຮັບໂດຍທ່ານ ຄໍາຮຸ່ງ ຈັນທະວົງ.