Select your language

ໃນວັນທີ 28 ເມສາ 2026 ທີ່ຜ່ານມາ, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ມະຫາວິທະຍາໄລແຫ່ງຊາດລາວ ໄດ້ມີພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນດັ່ງກ່າວ ຄົບຮອບ 25 ປີ (ວັນທີ 4 ພຶດສະພາ 2001 – 4 ພຶດສະພາ 2026), ໂດຍການເຂົ້າຮ່ວມຂອງ ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ TASAKA Takuro ອຸປະທູດຍີ່ປຸ່ນປະຈຳ ສປປ ລາວ, ນາງ MIYAZAKI Katsura ຮອງປະທານອາວຸໂສ JICA, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ພ້ອມດ້ວຍທ່ານຮອງຜູ້ອຳນວຍການໃຫຍ່ ມຊ, ແຂກຖືກເຊີນ ແລະພາກສ່ວນຕ່າງໆເຂົ້າຮ່ວມ.

ສລຍ ເປັນໂຄງການຊ່ວຍເຫຼືອພັດທະນາທາງການ (ODA) ຂອງຍີ່ປະເທດປຸ່ນ ໂດຍມີການສະໜັບສະໜູນຢ່າງຕໍ່ເນື່ອງທັງການກໍ່ສ້າງ ແລະການຮ່ວມມືທາງເຕັກນິກ ມູນຄ່າປະມານ 3.9 ຕື້ເຢນ (ປະມານ 26 ລ້ານໂດລາສະຫະລັດ) ໃນໄລຍະ 25 ປີ, ສລຍ ຖືກສ້າງຂຶ້ນໃນຊ່ວງທີ່ປະເທດລາວ ມີຄວາມຕ້ອງການຮີບດ່ວນໃນການພັດທະນາບຸກຄະລາກອນໃນຂະແໜງການດ້ານທຸລະກິດ ແລະສ້າງວຽກເຮັດງານທໍາ ຕະຫຼອດ 25 ປີ ຜ່ານມາ ສະຖາບັນໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະກາຍເປັນສູນກາງໃນການສ້າງນັກບໍລິຫານ, ນັກທຸລະກິດ ແລະ ຜູ້ນຳ ໃນຂະແໜງການທຸລະກິດ ພ້ອມທັງສົ່ງເສີມຄວາມເຂົ້າໃຈ-ການຮ່ວມມືລະຫວ່າງສອງປະເທດ ລາວ–ຍີ່ປຸ່ນ.

ຜ່ານການຮ່ວມມືກັບ JICA ສລຍ ໄດ້ຈັດຫຼາຍໂຄງການດ້ານການບໍລິຫານ ແລະພັດທະນາຜູ້ນຳ ອີງຕາມແນວຄິດແບບຍີ່ປຸ່ນ ມີນັກຊ່ຽວຊານຍີ່ປຸ່ນກວ່າ 200 ຄົນ ມາປະຈຳຢູ່ປະເທດລາວ ແລະນັກວິຊາຊີບລາວກວ່າ 250 ຄົນ ໄດ້ໄປຝຶກອົບຮົມທີ່ຍີ່ປຸ່ນ ຜູ້ເຂົ້າຮຽນລວມກວ່າ 20,000 ຄົນ ແລະ ມີຄວາມພໍໃຈເກີນ 90%, ພ້ອມນັ້ນ ສລຍ ຍັງໄດ້ມີການຮ່ວມມືກັບ Japan Foundation ນັບຕັ້ງແຕ່ປີ 2012 ເພື່ອຊ່ວຍພັດທະນາການຮຽນພາສາຍີ່ປຸ່ນ, ສ້າງທັກສະການສື່ສານ. ນອກນັ້ນ, ສລຍ ຍັງຮ່ວມມືກັບ JETRO ວຽງຈັນ ເພື່ອຈັດກິດຈະກຳເຊື່ອມໂຍງທຸລະກິດ ແລະ ຊ່ວຍບໍລິສັດລາວຂະຫຍາຍການຕະຫຼາດ, ໂຄງການສຳຄັນປັດຈຸບັນທີ່ ສລຍ ກຳລັງດຳເນີນຢູ່ປະກອບມີການສ້າງຫຼັ້ກສູດໃນລະດັບປະລິນຍາໂທ ບໍລິຫານທຸລະກິດ (ສຳລັບຜູ້ເຮັດວຽກ) ໄດ້ຍົກລະດັບຄວາມຮູ້, ໂຄງການ Keiei-Juku ສຳລັບຜູ້ນຳ ແລະ ໂຄງການສົ່ງເສີມ Startup ເຄືອຂ່າຍສິດເກົ່າກວ່າ 500 ຄົນ.