ໃນຕອນເຊົ້າວັນທີ 29 ເມສາ 2026, ຢູ່ທີ່ຫ້ອງປະຊຸມ 213 ຕຶກສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ມີພິທີເຊັນບົດບັນທຶກການຮ່ວມມື (Memorandum of Agreement - MOA) ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລ ໂຊລ ຈັງສິນ (Seoul Jangsin University) ຈາກສາທາລະນະລັດ ເກົາຫຼີ.
ໃຫ້ກຽດຕ້ອນຮັບ ແລະ ຮ່ວມລົງນາມໃນຄັ້ງນີ້ໂດຍ ທ່ານ ສາດສະດາຈານ ປະລິນຍາເອກ ເດຊານຸລາດ ແສນດວງເດດ, ຜູ້ອຳນວຍການໃຫຍ່, ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍຄະນະຫ້ອງການ, ຄູ-ອາຈານ ຈາກພາກສ່ວນທີ່ກ່ຽວຂ້ອງ. ຝ່າຍມະຫາວິທະຍາໄລ ໂຊລ ຈັງສິນ ນຳໂດຍ ທ່ານ ຮັນ ຮົງ-ຊິນ (Han Hong-shin) ປະທານມະຫາວິທະຍາໄລ ໂຊ ຈັງຊິນ, ສາທາລະນະລັດ ເກົາຫຼີ (Seoul Jangsin University, R. Korea) ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 20 ທ່ານ (ຝ່າຍ ມຊ 8 ທ່ານ ແລະ ຝ່າຍ ສ.ເກົາຫຼີ 12 ທ່ານ).
ຈຸດປະສົງຂອງການເຊັນບົດບັນທຶກການຮ່ວມມືໃນຄັ້ງນີ້ ແມ່ນເພື່ອເພີ່ມທະວີສາຍພົວພັນ ແລະ ເປີດກວ້າງການຮ່ວມມືທາງດ້ານການສຶກສາລະຫວ່າງສອງສະຖາບັນໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. ເນື້ອໃນຕົ້ນຕໍຂອງການຮ່ວມມືແມ່ນສຸມໃສ່ ການແລກປ່ຽນທາງດ້ານວິຊາການ ລະຫວ່າງ ຄູ-ອາຈານ ແລະ ນັກສຶກສາ, ເຊິ່ງລວມມີການແລກປ່ຽນບົດຮຽນ, ການຄົ້ນຄວ້າວິໄຈຮ່ວມກັນ, ການຈັດກອງປະຊຸມສຳມະນາທາງວິຊາການ ແລະ ກິດຈະກຳຕ່າງໆ ທີ່ຈະຊ່ວຍຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນ ແລະ ນັກສຶກສາຂອງທັງສອງມະຫາວິທະຍາໄລ ໃຫ້ກ້າວໄປສູ່ລະດັບສາກົນ.
ໃນໂອກາດດັ່ງກ່າວ, ທ່ານ ສາດສະດາຈານ ປະລິນຍາເອກ ເດຊານຸລາດ ແສນດວງເດດ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຮ່ວມມືໃນຄັ້ງນີ້, ເຊິ່ງຈະເປັນບາດກ້າວທີ່ສຳຄັນໃນການພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນວັດທະນະທຳ-ວິຊາການ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.