Select your language

ໃນຕອນເຊົ້າວັນທີ 7 ພຶດສະພາ 2026 ຜ່ານມານີ້, ຄະນະບໍລິຫານງານຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດ (ມຊ). ຈັດກອງປະຊຸມສຳມະນາວິຊາການຂຶ້ນທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ. ໂດຍການເປັນປະທ່ານຂອງສະຫາຍ ປອ. ຊາຍຄໍາ ວັນນະໄຊ ຄະນະພັກ ມຊ, ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງການຫ້ອງການຈັດຕັ້ງ ແລະ ກວດກາ, , ສະຫາຍ ນ ເພັດສະໜອນ ແກ້ວໂສພາ ກຳມະການສູນກາງຊາວໝຸ່ມ ປະຊາຊົນ ປະຕິວັດລາວ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະກີລາ, ເລຂາຄະນະບໍລິຫານງານຊາວໜຸ່ມ ມຊ, ເຂົ້າຮ່ວມມີບັນດາຄະນະບໍລິຫານງານຊາວໜຸ່ມຮາກຖານ ແລະ ຕົວແທນຊາວໜຸ່ມທົ່ວ ມຊ. ເຂົ້າຮ່ວມ.

ໃນພິທີ ສະຫາຍ ນາງ ເພັດສະໜອນ ແກ້ວໂສພາ ໄດ້ນໍາສະເໜີເນື້ອໃນ ຂອງ 2 ເອກະສານຄື: ແຜນການເຄື່ອນໄຫວວຽກງານຂອງ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມຊ. ປະຈໍາປີ 2026 ເຊິ່ງວຽກງານຈຸດສຸມໃນປີ2026 ເຊັ່ນ ວຽກງານສຶກສາອົບຮົມການເມືອງ - ແນວຄິດ, ວຽກງານປັບປຸງ ແລະ ກໍ່ສ້າງການຈັດຕັ້ງ, ວຽກງານວິຊາສະເພາະ, ວຽກງານຂະບວນການ, ວຽກງານກວດກາ, ວຽກງານເຍົາວະຊົນ, ວຽກງານການເງິນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກອງອາສາສະໜັກ ແລະ ວຽກງານພົວພັນຮ່ວມມື ພາຍໃນ ແລະ ກັບຕ່າງປະເທດ ແລະໄດ້ນໍາສະເໜີເອກະສານ ແຜນພັດທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ III (2026-2030) ເຊິ່ງປະກອບມີ 4 ພາກຄື: 1 ພາກສະເໜີ, 2 ສະພາບສາກົນ, ພາກພື້ນ ແລະ ພາຍໃນປະເທດເຮົາ, 3 ວິໄສທັດປີ 2040, ຍຸດທະສາດ 2030 ແລະ ແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ III ແລະ 4 ການຕິດຕາມ ແລະ ປະເມີນຜົນ. ສຳລັບເປົ້າໝາຍຂອງແຜນພັດທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ III (2026-2030) ແມ່ນຍົກສູງຄຸນນະພາບທາງດ້ານເນື້ອໃນ, ວິທີການ, ຮູບການປູກຈິດສໍານຶກໃຫ້ຊາວໜຸ່ມ, ເຍົາວະຊົນ; ປັບປຸງການຈັດຕັ້ງ, ກໍ່ສ້າງ ແລະ ຂະຫຍາຍສະມາຊິກຊາວໜຸ່ມ, ເຍົາວະຊົນ ໃຫ້ມີຄວາມໜັກເເໜ້ນ ແລະເຂັ້ມເເຂງ; ປັບປຸງກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ບັນດານິຕິກໍາຕ່າງໆ ກ່ຽວກັບວຽກງານຊາວໜຸ່ມ, ເຍົາວະຊົນໃຫ້ສອດຄ່ອງ; ພັດທະນາຄວາມຮູ້, ຄວາມສາມາດດ້ານວິທະຍາສາດ, ເຕັກໂນໂລຊີ, ປັນຍາປະດິດ, ນະວັດຕະກໍາໃໝ່ເຂົ້າໃນວຽກງານສົ່ງເສີມວິຊາຊີບ ແລະ ສ້າງວຽກເຮັດງານທໍາ; ສົ່ງເສີມພອນສະຫວັນ, ທັກສະຂອງຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ;ປັບປຸງພື້ນຖານໂຄງລ່າງ ຂອງ ຄຊປປລ ເເຕ່ລະຂັ້ນ; ຄົ້ນຄວ້າບຸກຄະລາກອນປະກອບເຂົ້າໃນກົງຈັກຄະນະບໍລິຫານງານສະຫະພັນຊາວໜຸ່ມລາວ ແລະ ສ້າງຕັ້ງ ສະຫະພັນຊາວໜຸ່ມລາວຂັ້ນເເຂວງ; ຫັນເອົາພະນັກງານຊາວໜຸ່ມ ແຕ່ລະຂັ້ນລົງກໍ່ສ້າງຮາກຖານການເມືອງ; ຍົກສູງປະສິດທິພາບຂະບວນການຕະລຸມບອນຂອງຊາວໜຸ່ມເຂົ້າໃນວຽກງານຕ່າງໆ; ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ, ເຍົາວະຊົນ; ເພີ່ມທະວີວຽກງານພົວພັນຮ່ວມມືຕ່າງປະເທດໃຫ້ມີປະສິດທິຜົນ ແລະຍົກສູງບົດບາດການຕິດຕາມ, ກວດກາ ການເຄື່ອນໄຫວວຽກງານຊາວໜຸ່ມແຕ່ລະຂັ້ນ.

ຫຼັງຈາກການນຳສະໜີເອກະສານແລ້ວ ໃນກອງປະຊຸມໄດ້ມີການສົນທະນາແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະກັນ ເພື່ອຄວາມເຂົ້າໃຈກ່ຽວກັບເອກະສານດັ່ງກ່າວ ພ້ອມນັ້ນກໍໄດ້ມີພິທີມອບ-ຮັບໃບຮັບຮອງເປັນຄະນະຊາວໜຸ່ມຮາກຖານ 4 ບຸກ ປະຈໍາປີ 2025 ໃຫ້ແກ່ 18 ຖາກຮາກທີ່ຂຶ້ນກັບ ມຊ. ຢ່າງສົມກຽດ.