Select your language

ພິທີລົງນາມສືບຕໍ່ການຮ່ວມມືທາງດ້ານວິຊາການລະຫວ່າງ ມະຫາວິທະຍາໄລແຫ່ງຊາດ(ມຊ) ແລະ ມະຫາວິທະຍາໄລນະເຣສວນ ປະເທດໄທ ໄດ້ຈັດຂຶ້ນໃນວັນທີ 8 ພຶດສະພາ 2026 ທີ່ຫ້ອງປະຊຸມສຳນັກງານອະທິການບໍດີ ມຊ, ຝ່າຍ ມຊ ລົງນາມ ໂດຍທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ ແລະ ຝ່າຍ ມະຫາວິທະຍາໄລນະເຣສວນ ລົງນາມ ໂດຍທ່ານ ສຈ. ດຣ ນາງ ສິລິນທິບ ຕັນຕະນີ ອະທິການບໍດີ ມະຫາວິທະຍາໄລນະເຣສວນ, ມີທ່ານຫົວໜ້າຄະນະວິຊາ, ຫົວໜ້າຫ້ອງການ ແລະ ພະນັກງານທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານສະພາບລວມໂດຍຫຍໍ້ ຂອງ ມຊ ການຮ່ວມມືຂອງ ມຊ ກັບບັນດາສະຖາບັນ, ມະຫາວິທະຍາໄລແຫ່ງຕ່າງໆ ຂອງ ໃນປະເທດໄທ; ຊຶ່ງການຮ່ວມແມ່ນເນັ້ນໃສ່ການພັດທະນາຊັບພະຍາກອນມະນຸດ, ການຄົ້ນຄວ້າວິໄຈ, ດ້ານວິຊາການ ໂດຍສະເພາະແມ່ນການແລກປ່ຽນການຮຽນ-ການສອນ, ແລກປ່ຽນພະນັກງານ ຄູ-ອາຈານ ແລະນັກສຶກສາ ບົນພື້ນຖານການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງສາຍພົວພັນມິດຕະພາບ ແລະຄວາມຮັບຜິດຊອບໃນການຮ່ວມມືທາງດ້ານວິຊາການ.

ພາຍຫຼັງການລົງນາມຮ່ວມມື ຄະນະແຂກທີ່ເຂົ້າຮ່ວມປະຊຸມ ຍັງໄດ້ເດີນທາງໄປຢ້ຽມຊົມຄະນະວິສະວະກຳສາດ, ຄະນະວິທະຍາສາດປ່າໄມ້, ຄະນະວິທະຍາສາດທຳມະຊາດ ແລະ ຄະນະເສດຖະສາດ ແລະ ບໍຫານທຸລະກິດ ອີກດ້ວຍ.