ໃນວັນທີ 11 ພຶດສະພາ 2026 ຜ່ານມາ, ອະດີດນັກສຶກສາ ແລະຜູ້ປະກອບການທຸລະກິດໄດ້ມອບອຸປະກອນການສຶກສາປະເພດຊຸດໂຕະຕັ່ງມູນຄ່າ 180,000,000 ກີບ (ໜື່ງຮ້ອຍແປດສິບລ້ານກີບ) ໃຫ້ແກ່ກະຊວງສຶກສາທິການ ແລະກິລາ ເພື່ອມອບຕໍ່ໃຫ້ແກ່ ມະຫາວິທະຍາໄລແຫ່ງຊາດ, ໂດຍການໃຫ້ກຽດກ່າວມອບຂອງ ທ່ານ ນາງ ນິວັນນາ ປະທານບໍລິສັດສຽວເຊິ້ງເຄຫະສະຖານ ແລະສຳຫຼວດຂຸດຄົ້ນບໍ່ແຮ່ ຈຳກັດຜູ້ດຽວ ແລະໃຫ້ກຽດກ່າວຮັບໂດຍທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ແລະມີບັນດາທ່ານຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມດ້ວຍ.
ໃນໂອກາດນີ້, ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້, ຊື່ງເປັນການປະກອບສ່ວນທີ່ມີປະໂຫຍດສູງເຂົ້າໃນການພັດທະນາພື້ນຖານໂຄງລ່າງການສຶກສາໃຫ້ມີຄຸນະພາບສູງຂຶ້ນກວ່າເກົ່າ ແລະຍັງມີຄວາມໝາຍຄວາມສຳຄັນຕໍ່ການສ້າງປະຖົມປັດໄຈໃນການຍົກສູງຄຸນະພາບຂອງການສຶກສາມະຫາວິທະຍາໄລແຫ່ງຊາດ ໃຫ້ສາມາດຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມກໍ່ຄືຂອງປະເທດຊາດໃນໄລຍະໃໝ່ ແລະ ສ້າງບາດກ້າວການເຊື່ອມໂຍງສູ່ສາກົນໃຫ້ສູງຂຶ້ນ.
ໂອກາດດຽວກັນນີ້, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງຜູ້ທີ່ໃຫ້ການສະໜັບສະໜູນໃນຄັ້ງນີ້. ຊຶ່ງນອກຈາກຈະເປັນການປະກອບສ່ວນທີ່ສຳຄັນຕໍ່ການພັດທະນາວຽກງານການສຶກສາແລ້ວຍັງເປັນການປະກອບສ່ວນເຂົ້າໃນຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ ໃຫ້ມີຄວາມໝາຍ ແລະມີຂະບວນການທີ່ຟົດຟື້ນ ແລະທ່ານຍັງສະແດງຄວາມຂອບໃຈ ແລະຮູ້ບຸນຄຸນເປັນຢ່າງສູງມາຍັງທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ຊື່ງຍາມໃດກໍມີຄວາມເປັນຫ່ວງເປັນໄຍ ແລະໃຫ້ຄວາມເອົາໃຈໃສ່ຊີ້ນຳ ມະຫາວິທະຍາໄລແຫ່ງຊາດ ໃຫ້ໄດ້ມີການພັດທະນາດ້ວຍບາດກ້າວໃໝ່ເຕີບໃຫຍ່ຂຶ້ນໄປຢ່າງບໍ່ຢຸດຢັ້ງ.