Select your language

ກິດຈະກຳຈັດການແຂ່ງຂັນເວົ້າພາສາລາວສຳລັບນັກສຶກສາຕ່າງປະເທດ ຄັ້ງທີ XII ໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ 2026 ທີ່ ສະໂມສອນໃຫຍ່ ມຊ ເຊິ່ງຈັດໂດຍພາກວິຊາພາສາ-ວັດທະນະທຳລາວ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເຈົ້າຮ່ວມຂອງທ່ານ ປອ. ນາງ ມະໄລຄຳ ໄຊຍະກອນ ຮອງຫົວໜ້າຄະນະວິຊາຄະນະອັກສອນສາດ, ມີທ່ານຫົວຫນ້າ-ຮອງຫົວຫນ້າພາກວິຊາພາສາ-ວັດທະນະທໍາລາວ, ຫົວຫນ້າພະແນກ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາຕ່າງປະເທດເຂົ້າຮ່ວມ.

ຈຸດປະສົງຂອງການຈັດກິດຈະກຳໃນຄັ້ງນີ້ແມ່ນເປັນເວທີສຳຄັນໃນການເປີດໂອກາດໃຫ້ນັກສຶກສາຕ່າງປະເທດທີ່ກຳລັງຮຽນພາສາລາວຢູ່ ມຊ ໄດ້ສະແດງຄວາມສາມາດດ້ານການຮຽນຮູ້ກ່ຽວກັບພາສາລາວເຊັ່ນ: ການອ່ານ ການຂຽນ ແລະ ການຟັງ ເຊິ່ງປີນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: "ເວົ້າດ້ວຍຮັກ ມັກດ້ວຍໃຈ ຝັກໄຝ່ໃນຄວາມຮູ້ ສູ້ດ້ວຍຄວາມອົດທົນ ເພື່ອຜົນສຳເລັດໃນການຮຽນ ຂອງພວກເຮົາ" ໂດຍນັກສຶກສາທີ່ເຂົ້າຮ່ວມແຂ່ງຂັນຈະເລືອກຫົວຂໍ້ມາຜູ້ລະ 1 ຫົວຂໍ້ທີ່ກ່ຽວຂ້ອງ ມານຳສະເໜີປາກເປົ່າພາຍໃນ 5 ນາທີ.

ນັກສຶກສາຕ່າງປະເທດທີ່ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ແມ່ນມາຈາກ 2 ຫຼັກສູດຄື: ຫຼັກສູດກຽມພາສາລາວ ແລະ ຫຼັກສູດບຳລຸງພາສາ-ວັດທະນະທຳລາວ ທີ່ຄະນະອັກສອນສາດ ມຊ ໃນສົກສຶກສາ 2025-2026 ມີນັກສຶກສາເຂົ້າຮ່ວມແຂ່ງຂັນທັງຫມົດຈໍານວນ 30 ຄົນ ທີ່ມາຈາກຫຼາຍປະເທດ ເຊັ່ນ: ປະເທດຈີນ, ມຽນມາ, ກຳປູເຈຍ ແລະ ສ. ເກົາຫຼີ.