ກິດຈະກຳດັ່ງກ່າວຈັດຂື້ນ ໃນຕອນບ່າຍວັນທີ 20 ພຶດສະພາ 2026 ທີ່ສະໂມສອນໃຫຍ່ຊັ້ນສອງ ຈັດໂດຍຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກິດຈະກຳການສະແດງພອນສະຫວັນການນຳໃຊ້ພາສາອັງກິດຂອງນັກສຶກສາພາກວິຊາພາສາອັງກິດ; ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ. ນາງ ທອງມາລາ ໂພສີຄຳ ຫົວໜ້າຄະນະອັກສອນສາດ, ມີທ່ານ ອຈ ລະດົມຈັນ ຂັນຕຣີ ຫົວໜ້າພາກວິຊາພາສາອັງກິດ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ, ແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງງານໃນຄັ້ງນີ້ ເພື່ອໃຫ້ນັກສຶກສາໄດ້ສະແດງຄວາມຮູ້-ຄວາມສາມາດ, ພອນສະຫວັນ, ຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການໃນການໃຊ້ພາສາອັງກິດໂດຍຜ່ານກິດຈະກຳ; ການແຂ່ງຂັນໃນປີນີ້ ມີທີມນັກສຶກສາປີທີ 1 ຫາ ປີທີ 4 ພາກວິຊາພາສາອັງກິດ ຄະນະອັກສອນສາດ ເຂົ້າຮ່ວມແຂ່ງຂັນຫຼາຍກວ່າ 30 ທີມ ແລະ ຜ່ານການຄັດເລືອກເຂົ້າແຂ່ງຂັນຕົວຈິງ 19 ທີມ. ສຳລັບລາຍການສະແດງປະກອບມີ: ການເລົ່າເລື່ອງ 5 ທີມ, ການສະແດງລະຄອນ 3 ທີມ, ການຮ້ອງເພງພາສາອັງກິດ 7 ທີມ ແລະ ການແຂ່ງຂັນສະກົດຄໍາ ຕົວແທນນັກສຶກສາ 18 ຫ້ອງ.
ໃນໂອກາດດຽວກັນນີ້, ທ່ານ ປອ. ນາງ ທອງມາລາ ໂພສີຄຳ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ຄູ-ອາຈານພາຍໃນພາກວິຊາ ທີ່ໄດ້ເສຍສະຫຼະເວລາ ແລະ ເອົາໃຈໃສ່ຊີ້ນຳນຳພາຈົນເຮັດໃຫ້ກິດຈະກຳທີ່ມີຄວາມໝາຍນີ້ເກີດຂຶ້ນໄດ້, ອັນເປັນການປະກອບສ່ວນສຳຄັນເຂົ້າໃນການຍົກລະດັບຄຸນນະພາບການຮຽນ-ການສອນພາສາຕ່າງປະເທດ ຢູ່ມະຫາວິທະຍາໄລແຫ່ງຊາດ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ທີ່ດີຂຶ້ນ.
ຜ່ານການແຂ່ງຂັນປະກົດວ່າລາງວັນທີ 1 ການແຂ່ງຂັນຮ້ອງເພງ ໄດ້ແກ່ ນາງ ອອນນີ ລີ, ການແຂ່ງຂັນເລົ່າເລື່ອງໄດ້ແກ່ ທ້າວ ວໍລະເດດ ວິຊຽນ, ການແຂ່ງຂັນລະຄອນ ໄດ້ແກ່ຫ້ອງ 3B ແລະການແຂ່ງຂັນສະກົດຄຳໄດ້ແກ່ຫ້ອງ 3A.