Select your language

ໃນຕອນບ່າຍ ວັນທີ 03 ກໍລະກົດ 2026 ນີ້, ທີ່ຫ້ອງຮັບແຂກຕຶກສຳນັກງານ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ມີພິທີມອບ-ຮັບທຶນໂອກາດ ແລະ ການສຶກສາ ຈາກອົງການນໍ້າ, ດິນໃນອາຊີ ແລະ ການພົວພັນກັບຄົນອາຊີ (Water, Soil in Asia and Interaction with Asia People) ຈາກປະເທດຍີ່ປຸ່ນ. ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ມີທ່ານຮອງຫົວໜ້າຫ້ອງການ, ຮອງຫົວໜ້າຄະນະວິຊາ, ພະນັກງານ, ຄູ-ອາຈານ ທີ່ກ່ຽວຂ້ອງ ແລະນັກສຶກສາທີ່ໄດ້ຮັບທຶນເຂົ້າຮ່ວມ. ການມອບທຶນການສຶກສາໃນຄັ້ງນີ້ ແມ່ນໜຶ່ງໃນແຜນການຮ່ວມມື ເພື່ອສະໜັບສະໜູນ ແລະ ສົ່ງເສີມໂອກາດທາງດ້ານການສຶກສາ ແລະ ການຄົ້ນຄວ້າວິທະຍາສາດ ໃຫ້ແກ່ນັກສຶກສາ ມຊ ຜູ້ທີ່ມີຜົນການຮຽນດີ-ຮຽນເກັ່ງ ແລະ ມີຄຸນສົມບັດດີ ແລະມີຄວາມຮັບຜິດຊອບຕໍ່ສັງຄົມ. ເຊິ່ງຕາງໜ້າມອບທຶນການສຶກສາໃນຄັ້ງນີ້ ໂດຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ເຊິ່ງນັກສຶກສາທີ່ໄດ້ຮັບໂອກາດ ແລະ ທຶນການສຶກສາ ມີທັງໝົດ 4 ຄົນ ປະກອບມີ: ທ້າວ ວິລະພົງ ສຸລິຍະເດດ ຈາກຄະນະວິທະຍາສາດທຳມະຊາດ; ທ້າວ ມັງກອນເທວາ ສຸທໍາມະວົງ ຈາກຄະນະວິສະວະກຳສາດ ໄດ້ຮັບໂອກາດເຂົ້າຮ່ວມທັດສະນະສຶກສາ-ແລກປ່ຽນດ້ານວິຊາການ ທີ່ປະເທດຍີ່ປຸ່ນ ໃນໄລຍະເວລາ 1 ອາທິດ ພາຍໃນເດືອນສິງຫາ 2026 ນີ້ ແລະ ທ້າວ ເຈຢີມົວ ໄຊຍາ ຈາກຄະນະວິສະວະກຳສາດ; ທ້າວ ມະນີໂຊກ ພົມສຸວັນ ຈາກຄະນະວິທະຍາສາດທຳມະຊາດ ໄດ້ຮັບທຶນການສຶກສາເປັນຄ່າຮຽນ ແລະ ການກະກຽມຂຽນບົດວິທະຍານິພົນ ຜູ້ລະ 6,000,000 ກີບ/ຄົນ. ໃນໂອກາດນີ້, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈຕໍ່ ອົງການ Water, Soil in Asia and Interaction with Asia People ປະເທດຍີ່ປຸ່ນ ທີ່ໄດ້ເຫັນຄວາມສຳຄັນຂອງການພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ. ພ້ອມດຽວກັນນັ້ນ, ທ່ານຮອງຜູ້ອຳນວຍການໃຫຍ່ ຍັງໄດ້ເນັ້ນໃຫ້ນັກສຶກສາຜູ້ທີ່ໄດ້ຮັບທຶນການສຶກສາທຸກຄົນ ຈົ່ງເອົາໃຈໃສ່ຕັ້ງໜ້າສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດ ແລະ ວິຊາສະເພາະເພື່ອໃຫ້ກາຍເປັນບຸກຄະລາກອນທີ່ມີຄຸນນະພາບ ອອກໄປຮັບໃຊ້ສັງຄົມ ແລະ ພັດທະນາປະເທດຊາດໃນອະນາຄົດ; ພ້ອມທັງນຳໃຊ້ທຶນການສຶກສາທີ່ໄດ້ຮັບໃນຄັ້ງນີ້ໃຫ້ເກີດປະໂຫຍດສູງສຸດອີກດ້ວຍ.