Select your language

ໃນວັນທີ 27 ກໍລະກົດ 2026, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີພິທີປະກາດພະນັກງານລັດຖະກອນອອກພັກການ-ຮັບອຸດໜູນບຳນານ ທີ່ຫ້ອງປະຊຸມສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ມີບັນດາທ່ານຫົວໜ້າຫ້ອງການ, ຫົວໜ້າຄະນະວິຊາ, ພະນັກງານ, ຄູ-ອາຈານ ທົ່ວມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມ. ໃນພິທີ, ທ່ານ ປອ. ຊາຍຄຳ ວັນນະໄຊ ຫົວໜ້າຫ້ອງການຈັດຕັ້ງ-ຄຸ້ມຄອງພະນັກງານ ແລະ ກວດກາ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການອະນຸມັດໃຫ້ພະນັກງານລັດຖະກອນອອກພັກການ-ຮັບອຸດໜູນບຳນານ ໃນງວດທີ 3 ປີ 2026 ຈຳນວນ 36 ທ່ານ ແລະ ຜ່ານຂໍ້ຕົກລົງການຍ້ອງຍໍຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃນການປະກອບສ່ວນເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ ເຂົ້າໃນການພັດທະນາວຽກງານການສຶກສາ, ວິທະຍາສາດ, ກີລາ ຕະຫຼອດໄລຍະທີ່ຜ່ານມາ. ໂອກາດນີ້, ທ່ານ ໂພໄຊ ເທບວິໄລວົງ ອະດີດຮອງຫົວໜ້າຄະນະວິຊາ ຄະນະອັກສອນສາດ ກໍໄດ້ຕາງໜ້າໃຫ້ພະນັກງານທີ່ອອກພັກການ-ຮັບອຸດໜູນບຳນານ ຂຶ້ນກ່າວສະແດງຄວາມຮູ້ສຶກ ເຊິ່ງທ່ານກ່າວບາງຕອນວ່າ: ຕະຫຼອດໄລຍະຜ່ານມາພວກເຮົາໄດ້ສຸມທຸກເຫື່ອແຮງ ສະຕິປັນຍາ ແລະ ທຸ່ມເທ່ແຮງກາຍແຮງໃຈໃນການພັດທະນາ ມະຫາວິທະຍາໄລແຫ່ງຊາດ, ປຽບສະເໜືອນໄດ້ຮ່ວມກັນປູກຕົ້ນໄມ້ ທີ່ມີຊື່ວ່າ “ມະຫາວິທະຍາໄລແຫ່ງຊາດ” ທີ່ໄດ້ພ້ອມກັນເກັບກ່ຽວຫມາກຜົນທາງປັນຍາຢ່າງນັບບໍ່ຖ້ວນ, ຜົນສຳເລັດໃນທີ່ນີ້ ຈະເກີດຂຶ້ນບໍ່ໄດ້ຫາກຂາດການຊີ້ນຳ ນຳພາຈາກຄະນະພັກ ຄະນະນຳມະຫາວິທະຍາໄລແຫ່ງຊາດ ໃນແຕ່ລະຍຸກ ໃນແຕ່ລະສະໄຫມ ທີ່ໄວ້ວາງໃຈ ແລະ ໃຫ້ຄວາມອົບອຸ່ນແກ່ພວກຂ້າພະເຈົ້າໃນຕະຫລອດໄລຍະເວລາທີ່ຜ່ານມາ, ໃນໂອກາດນີ້ ກໍຂໍຂອບໃຈອົງການຈັດຕັ້ງ ເພື່ອນຮ່ວມງານທີ່ຢູ່ຮ່ວມທຸກຮ່ວມສຸກ ແລະ ແບ່ງເບົາພາລະຫນ້າທີ່ຕ່າງໆຮ່ວມກັນ, ພ້ອມທັງຝາກເຖິງພະນັກງານຮຸ່ນສືບທອດ ຈົງເປັນຜູ້ສືບທອດທີ່ດີ ມີຄວາມຊື່ສັດ ມີຈັນຍາບັນ ຮັກອາຊີບ ທຸ່ມເທ່ເພື່ອສ່ວນລວມ ມີຄວາມສາມັກຄີ ແລະ ເປັນແບບຢ່າງທີ່ດີໃຫ້ສັງຄົມ. ການສຶກບໍ່ພຽງແຕ່ເປັນການເຕີມເຕັມຄວາມຮູ້ໃຫ້ກັບນັກສຶກສາເທົ່ານັ້ນ ແຕ່ຍັງເປັນເບົ້າຫຼໍ່ຫຼອມຄົນໃຫ້ກາຍເປັນຜູ້ທີ່ມີຄຸນສົມບັດ, ມີຄວາມຮູ້, ຄວາມສາມາດ ເພື່ອອອກມາຮັບໃຊ້ສັງຄົມ. ພ້ອມນັ້ນ, ໃນພິທີຍັງຮັບຟັງການໂອ້ລົມຂອງທ່ານ ຮສ. ປອ. ສິນທະວອນ ດາລາວົງ ເຊິ່ງທ່ານໄດ້ສະແດງຄວາມເຄົາລົບ ແລະ ຊາບຊື້ງໃນຄຸນງາມຄວາມດີ ຂອງບັນທ່ານອາຈານທີ່ອອກພັກການ-ຮັບອຸດໜູນບຳນານ ແລະ ກ່າວເນັ້ນ 3 ຄຳທີ່ມີຄວາມໝາຍຄຳຄັນຄື: 1. ຂອບໃຈ: ຕໍ່ກັບທຸກບົດບາດຂອງບັນດາທ່ານໄດ້ຮ່ວມກັນສ້າງຄຸນຄ່າ ຮ່ວມກັນປະກອບກອບສ່ວນແກ່ການພັດທະນາ ມະຫາວິທະຍາໄລແຫ່ງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ, ເຊິ່ງໃນປີນີ້ກໍຄົບຮອບ 30 ປີ; 2. ສືບສານ: ມະຫາວິທະຍາໄລແຫ່ງຊາດ ຈະບໍ່ສາມາດກ້າວໄປຂ້າງໜ້າໄດ້ຖ້າບໍ່ຮູ້ຈັກຮັກສາ ແລະ ສືບສານຄຸນງາມຄວາມດີຈາກຄົນຮຸ່ນກ່ອນ (ບັນດາທ່ານອາຈານໃນທີ່ນີ້) ເຊິ່ງບັນດາທ່ານໄດ້ຝາກໄວ້ ບໍ່ພຽງແຕ່ເປັນຕຳແໜ່ງ ຫຼື ຜົນງານທີ່ປະກົດຢູ່ໃນເອກະສານ ແຕ່ຍັງເປັນຈິດວິນຍານຂອງຄວາມເປັນຄູ, ຈັນຍາບັນວິຊາຊີບ, ຄວາມຮັກແພງສາມັກຄີ ແລະ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ ເພື່ອໃຫ້ຄົນຮຸ່ນຫຼັງໄດ້ສືບສານຕໍ່; 3. ສົ່ງຕໍ່: ການບຳນານບໍ່ແມ່ນຈຸດຈົບແຕ່ແມ່ນຈຸດປ່ຽນຜ່ານຈາກຄົນຮຸ່ນໜື່ງໄປສູ່ຄົນຮຸ່ນໜື່ງ, ທີ່ໄດ້ສົ່ງຕໍ່ຄວາມຮູ້, ສົ່ງຕໍ່ອຸດົມການ ແລະ ສົ່ງຕໍ່ຈິດໃຈຮັກອາຊີບ ເຊິ່ງການສົ່ງຕໍ່ບໍ່ແມ່ນພຽງແຕ່ໜ້າທີ່ແຕ່ເປັນການສົ່ງຕໍ່ຄວາມຝັນ, ວິໄສທັດ, ອຸດົມການໃນການສ້າງຄົນ, ສ້າງຄວາມຮູ້ ແລະ ຮັບໃຊ້ສັງຄົມ.