Select your language

 ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ຮ່ວມກັບກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາະຫະກຳ ແລະການຄ້າ ແລະອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກອົງາກນ ໄຈກາ ປະຈຳລາວ ຈັດງານສົ່ງເສີມການພັດທະນາທຸລະກິດ ເພື່ອປະກອບສ່ວນແກ້ໄຂບັນຫາທາງສັງຄົມ ພາຍໃຕ້ໂຄງການ LJISUSU Scale-up ຈັດຂຶ້ນໃນຮູບແບບອອນລາຍ ແລະ ແບບເຊິ່ງໜ້າ ໃນວັນທີ 28 ກັນຍາ 2022 ຜ່ານມານີ້, ຢູ່ທີ່ ສລຍ ໂດຍມີທ່ານ ສຈ.ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ  ມະຫາວິທະຍາໄລແຫ່ງຊາດ, ທ່ານ ດຣ. ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ,  ທ່ານ ຢາສູຊິ ກິກູຈິ ທີ່ປືກສາອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

            ໂຄງການ LJI SUSU Scale-up ເປັນໂຄງການພັດທະນາທຸລະກິດ ເພື່ອສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນລາວ ມີຈຸດປະສົງເພື່ອສ້າງທ່າແຮງໃນການແຂ່ງຂັນ ແລະການສ້າງເຄືອຂ່າຍທາງທຸລະກິດໃຫ້ບັນດາຫົວໜ່ວຍທຸລະກິດ ເຊິ່ງຕິດພັນກັບບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະຕ່າງປະເທດ, ເປັນຕົ້ນແມ່ນປະເທດຍີ່ປຸ່ນ ເຊິ່ງປີ 2021 ຜ່ານມາໄດ້ມີ 4 ບໍລິສັດຈາກລາວເຂົ້າຮ່ວມການແຂ່ງຂັນແຜນທຸລະກິດໃນໂຄງການດັ່ງກ່າວ ທີ່ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງການເງິນຈາກອົງການໄຈກາ ປະຈຳລາວ ເພື່ອດໍາເນີນແຜນການຈັດຕັ້ງປະຕິບັດແຜນດຳເນີນທຸລະກິດໃນໄລຍະ 6 ໃຫ້ປາກົດຜົນເປັນຈິງ ແນໃສ່ເພື່ອຊຸກຍູ້-ສົ່ງເສີມການພັດທະນາທຸລະກິດໃນຂົງເຂດດັ່ງກ່າວໃຫ້ມີການຂະຫຍາຍຕົວ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂບັນຫາທາງເສດຖະກິດ-ສັງຄົມຂອງລາວໃຫ້ຫຼາຍຂຶ້ນ.

            ພາຍໃນງານໄດ້ມີການສົນທະນາແລກປ່ຽນ ແລະນຳສະເໜີຄວາມຮູ້, ປະສົບການເຊິ່ງກັນ ແລະ ກັນຂອງບັນດາຜູ້ຕາງໜ້າຈາກບໍລິສັດຕ່າງໆ ໃນນັ້ນ ບໍລິສັດ Music securities lnc ຈາກປະເທດຍີ່ປຸ່ນ ໄດ້ຮ່ວມບັນຍາຍໃນຫົວຂໍ້ “ປັດໄຈສຳຄັນທີ່ມີຜົນຕໍ່ກັບນັກລົງທຶນ ແລະບໍລິສັດໂລກາ ຈຳກັດ”  ເຊິ່ງເປັນບໍລິສັດຂອງຄົນລາວທີ່ປະສົບຜົນສຳເລັດ ໄດ້ແລກປ່ຽນປະສົບການຄວາມຮູ້ ໃນຫົວຂໍ້ “ຍຸດທະສາດການຂະຫຍາຍຕົວ ແລະການຂະຫຍາຍເຄືອຂ່າຍທາງທຸລະກິດ” ນອກນີ້, ຍັງໄດ້ມີການມອບລາງວັນພິເສດໃຫ້ແກ່ບໍລິສັດທີ່ມີຄວາມພະຍາມໃນການສ້າງຄຸນຄ່າໃຫ້ກັບສັງຄົມລາວ ເຊິ່ງປະກອບມີ ລາງວັນຜູ້ປະກອບການດີເດັ່ນ ແລະລາງວັນຮູບແບບທຸລະກິດທີ່ສ້າງຄຸນຄ່າແກ່ສັງຄົມດີເດັ່ນ ໃຫ້ແກ່ບໍລິສັດທີ່ຖືກຄັດເລືອກຈຳນວນໜຶ່ງຕື່ມອີກ.

ພາບບັນຍາກາດ