Select your language

ໃນຕອນເຊົ້າ ວັນທີ 30 ກັນຍາ 2022 ທີ່ໂຮງຮຽນ ພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍໄລ(ຮພຊ) ມະຫາວິທະຍາໄລແຫ່ງຊດ(ມຊ) ໄດ້ຕ້ອນຮັບການມາຢ້ຽມ ຂອງຄະນະຜູ້ແທນ ຈາກມະຫາວິທະຍາໄລເຕັກນິກນະຄອນດານັງ ສສ ຫວຽດນາມ,  ນຳໂດຍ ທ່ານ ປອ. ຮວາງຢູ້ງ ຮອງຜູ້ອໍານວຍການ ມະຫາວິທະຍາໄລເຕັກນິກນະຄອນດານັງ ພ້ອມດ້ວຍຄະນະ . ໂດຍມີທ່ານ ຮສ. ປອ. ຄໍາພຸດ ພົມມະສອນ ຜູ້ອໍານວຍການ ຮພຊ ພ້ອມດ້ວຍຄະນະ ແລະບັນດາຫົວໜ້ວຍໜ່ວຍງານ, ພະນັກງານ, ຄູ-ອານຈານທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ ທີ່ຫ້ອງປະຊຸມ ຂອງ ຮພຊ.

          ໃນໂອກາດນີ້ ທ່ານ ຮສ. ປອ. ຄໍາພຸດ ພົມມະສອນ ໄດ້ກ່າວຕ້ອນຮັບ ແລະກ່າວສະແດງຄວາມຍິນດີ ຕໍ່ການມາຢ້ຽມຢາມຂອງ ທ່ານ ປອ. ຮວາງຢູ້ງ ຮອງຜູ້ອຳນວຍການ ມະຫາວິທະຍາໄລເຕັກນິກນະຄອນດານັງ ພ້ອມດ້ວຍຄະນະຢ່າງອົບອຸ່ນ, ພ້ອມທັງລາຍງານສະພາບລວມໂດຍຫຍໍ້ ຂອງ ຮພຊ ໃຫ້ຄະນະຜູ້ແທນດັ່ງກ່າວຮັບຊາບ. ໂອກາດດຽວກັນ ທ່ານ ປອ. ຮວາງຢູ້ງ ກໍໄດ້ກ່າວຈຸດປະສົງການມາຢ້ຽມຢາມຄັ້ງນີ້, ແມ່ນເພື່ອຮັດແໜ້ນຄວາມສາມັກຄີ, ການແລກປ່ຽນບົດຮຽນດ້ານການຄຸ້ມຄອງ ການຮຽນ-ການສອນ ພ້ອມທັງໄດ້ສະເໜີໃຫ້ທຶນການສຶກສາ ຂອງມະຫາວິທະຍາໄລເຕັກນິກດານັງ ແກ່ນ້ອງນັກຮຽນ ຮພຊ. ຈຳນວນ 5 ທຶນ ເປັນມູນຄ່າ 500 ລ້ານດົງ (ສະກຸນເງິນຫວຽດນາມ);  ນອກຈາກນີ້ ຍັງໄດ້ສະໜັບສະໜູນທຶນການສຶກສາ ເພີ່ມເຕີມ ເປັນການຍົກເວັ້ນຄ່າຮຽນ, ຄ່າຫໍພັກ ແລະອຸປະກອນການຮຽນ ແຕ່ກິນຢູ່ກຸ້ມຕົນເອງ;  ຈາກນັ້ນ ທ່ານ ກໍໄດ້ມອບບັດເຊີນ, ເຊີນທ່ານຜູ້ອໍານວຍການ ຮພຊ. ມຊ  ເຂົ້າຮ່ວມພິທີສະເຫຼີມ-ສະຫຼອງວັນສ້າງຕັ້ງມະຫາວິທະຍາໄລເຕັກນິກນະຄອນດານັງ ທີ່ຈະໄດ້ຈັດຂຶ້ນໃນວັນທີ 20 ພະຈິກ 2022 ນີ້ ແລະຕອນທ້າຍ ທັງສອງຝ່າຍຍັງໄດ້ແລກປ່ຽນຂອງທີ່ລະນຶກເຊິ່ງກັນ ແລະກັນອີກດ້ວຍ.