Select your language

ໂອກາດດີມາຮອດແລ້ວ ສຳລັບໃຜທີ່ກຳລັງຊອກຫາວຽກເຮັດງານທຳກຽມພົບກັນໃນງານ ວັນນັດພົບແຮງງານ ຄສບ ຄັ້ງທີ 9 ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 20-21-22 ຕຸລາ 2022 ນີ້!!! ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ)
 
👉ພາຍໃນງານທຸກຄົນຈະໄດ້ພົບກັບ
• ບູດຈາກບັນດາບໍລິສັດຊັ້ນນຳກັບຕຳແໜ່ງຫວ່າງທີ່ທຸກຄົນສາມາດຍື່ນໃບສະຫມັກ ແລະ ສຳພາດວຽກຕົວຈິງໄດ້
• ມີການສຳມະນາຈາກຜູ້ທີ່ມີປະສົບການ ແລະ ມີຊື່ສຽງໃນສາຍອາຊີບນັ້ນໆ ມາແນະນຳຄວາມຮູ້ ຂໍ້ຄິດໄອເດຍໃຫມ່ໆອີກດ້ວຍ
• ມີຫ້ອງ workshop ຫຼາຍຫົວຂໍ້ທີ່ຫນ້າສົນໃຈໃຫ້ທຸກຄົນໄດ້ເຝິກພາກປະຕິບັດຕົວຈິງ
• ພິເສດ ອີກຢ່າງຫນຶ່ງກໍຄື ຈະມີກິດຈະກຳຫຼາກຫຼາຍຢ່າງທີ່ທາງບູດໄດ້ມີການຈັດກຽມໄວ້ໃຫ້ສຳລັບຄົນເຂົ້າຊົມນຳອີກ
 
👉 ທ້າຍນີ້ຍັງມີລາຍການສະເເດງເຊິ່ງສາມາດຮັບຊົມຕາມວາລະຂອງແຕ່ລະມື້ພາຍໃນງານອີກດ້ວຍ.
📌ງານນີ້ຂໍບອກເລີຍວ່າບໍ່ມາຖືວ່າພາດແລ້ວເດີ້ 
👉ເຊິ່ງງານຈະຈັດຂື້ນໃນວັນທີ 20-22 ຕຸລາ 2022
ສະຖານທີ່ຈັດງານ: ສະໂມສອນ ມະຫາວິທະຍາໄລແຫ່ງຊາດ ( ມຊ )