Select your language

ໃນຕອນເຊົ້າວັນທີ 19 ຕຸລາ 2022 ນີ້, ສະຖາບັນຂົງຈື(ສຂຈ) ມະຫາວິທະຍາໄລແຫ່ງຊາດ(ມຊ) ຈັດພິທີສະເຫຼີມສະຫຼອງວັນສະຖາບັນຂົງຈືໂລກ, ສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 28 ປີ ແລະ ຈັດພິທີໄຂສົກຮຽນໃໝ່ ຫຼັກສູດປະລິຍາຕີ, ເຂົ້າຮ່ວມໃນພິທີ ມີ  ທ່ານ ປອ.  ສຸລິອຸດົງ ສູນດາລາ  ຮອງລັດຖະມົນຕີ ກະຊວງສືກສາທິການ ແລະກີລາ, ທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດ ສປ. ຈີນ  ປະຈຳ ລາວ, ທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ມີຜູ້ອຳນວຍການສະຖາບັນຂົງຈື ຝ່າຍລາວ, ຝ່າຍຈີນ, ແຂກຖືກເຊີນ ຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສືກສາເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຫຼົວໝິງ ຜູ້ອຳນວຍການສະຖາບັນຂົງຈື ຝ່າຍຈີນ ໄດ້ຂຶ້ນລາຍງານປະຫວັດຄວາມເປັນມາຂອງວັນຂົງຈືໂລກ ຊຶ່ງທ່ານ ໄດ້ໃຫ້ຮູ້ວ່າ: ສະຖາບັນຂົງຈືແມ່ນອົງການຈັດຕັ້ງການສືກສາທີ່ບໍ່ຫວັງຜົນກຳໄລທີ່ສ້າງຕັ້ງຂຶ້ນໃນຮູບແບບຝ່າຍຈີນ ຮ່ວມມືກັບຕ່າງປະເທດ ແນໃສ່ເຜີຍແຜ່ພາສາຈີນ ແລະຊຸກຍູ້ໃຫ້ປະຊາຊົນທົ່ວໂລກ ໄດ້ເຂົ້າເຖິງພາສາ ແລະວັດທະນະທຳຂອງຈີນ ແລະເພື່ອສົ່ງເສີມການແລກປ່ຽນວັນນະຄະດີ ລະຫ່ວາງຈີນ ກັບຕ່າງປະເທດໃຫ້ເຂົ້າໃຈກັນຫຼາຍຂຶ້ນ. ເຊິ່ງໃນແຕ່ລະປີໄດ້ຈັດຫຼາຍກິດຈະກໍາ ເຊັ່ນ: ການແຂ່ງຂັນພາສາຈີນນັກສຶກສາທົ່ວໂລກ, ຂົວພາສາຈີນ, ແຂ່ງຂັນວິດີໂອສັ້ນ, ແຂ່ງຂັນຮ້ອງເພງຈີນ, ແຂ່ງຂັນຂຽນຕົວໜັງສືຈີນ ການອ່ານກະວີຈີນເປັນຕົ້ນ;  ທັງນີ້ກໍເພື່ອ ແນໃສ່ເຮັດໃຫ້ປະຊາຊົນສອງຊາດເຂົ້າໃຈເຊິ່ງກັນ ແລະກັນ.

 ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈືຝ່າຍລາວ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານການສຶກສາປະຈຳສົກຮຽນ 2021-2022 ແລະຜ່ານທິດທາງແຜນການເຄື່ອນໄຫວວຽກງານ ປະຈຳສົກຮຽນ 2022-2023 ເຊິ່ງທ່ານໄດ້ຍົກໃຫ້ເຫັນ ພາລະບົດບາດຂອງສະຖາບັນຂົງຈື ໃນການຮ່ວມມື ແລະແລກປ່ຽນທາງດ້ານການສຶກສາ ການສ້າງຫຼັກສູດເຝິກອົບຮົມລະຫວ່າງປະເທດລາວ ແລະ ສປ.ຈີນ ເວົ້າລວມ; ເວົ້າສະເພາະ ແມ່ນສະຖາບັນຂົງຈື ມຊ ແລະມະຫາວິທະຍາໄລຊົນເຜົ່າກວາງຊີ, ເພື່ອພັດທະນາຊັບພະຍາກອນມະນຸດ ສະຖາບັນຂົງຈື ທີ່ ມຊ, ເຊິ່ງແມ່ນເວທີແລກປ່ຽນວັດທະນະທໍາລະຫວ່າງສອງຊາດລາວ-ຈີນ, ແມ່ນແຫຼ່ງສົ່ງເສີມການຮຽນ-ການສອນພາສາຈີນໃຫ້ແກ່ນັກຮຽນ-ນັກສຶກສາ ແລະຜູ້ສົນໃຈຮຽນພາສາຈີນ, ແມ່ນສະຖາບັນໜຶ່ງ ທີ່ມີກົງຈັກການຈັດຕັ້ງທຽບເທົ່າກັບຄະນະວິຊາ, ໄດ້ຈັດການຮຽນ-ການສອນ ບໍາລຸງພາສາຈີນໃຫ້ແກ່ນັກສຶກສາ ແລະ ຜູ້ທີ່ສົນໃຈຢາກຮຽນພາສາຈີນ. ສິ່ງໜຶ່ງທີ່ເອກອ້າງທະນົງໃຈ ແລະເປັນໃບໜ້າໃບຕາໃຫ້ແກ່ ມຊ ໃນເວທີສາກົນ ກໍແມ່ນສະຖາບັນຂົງຈື ສາມາດເປີດການຮຽນ-ການສອນລະດັບປະລິນຍາຕີ ສາຂາ ຄູພາສາຈີນ ໂດຍຮ່ວມມືກັບ ຄະນະອັກສອນສາດ ແລະຄະນະສຶກສາສາດ ເຊິ່ງເປັນສະຖາບັນແຫ່ງທໍາອິດຂອງໂລກ ທີ່ມີຫຼັກສູດປະລິນຍາຕີເປັນຂອງຕົນເອງ. ນອກຈາກການຮຽນ-ການສອນແລ້ວ, ຍັງຖືໄດ້ວ່າ ສະຖາບັນຂົງຈື ເປັນປະຕູປ່ອງຢ້ຽມໜຶ່ງທີ່ເຮັດວຽກການພົວພັນຮ່ວມມື ກັບ ສປ.ຈີນ ຢ່າງໃກ້ຊິດ, ເຊິ່ງສະແດງໃຫ້ເຫັນຢູ່ບ່ອນວ່າ: ແຂກຈາກ ສປ.ຈີນ ທີ່ມາຢ້ຽມຢາມ ມຊ ແຕ່ລະຄະນະສ່ວນຫຼາຍແມ່ນສະເໜີມາຢ້ຽມຢາມ ສະຖາບັນຂົງຈື. ແຕ່ປີ 2010 ມາຮອດປັດຈຸບັນ ສະຖາບັນຂົງຈື ໄດ້ສໍາເລັດການສິດສອນພາສາຈີນໃຫ້ນັກສຶກສາລາວແລ້ວ 25 ຊຸດ ຈໍານວນ 14.344ຄົນ.

ຈາກນັ້ນ ໄດ້ຮັບຟັງການໂອ້ລົມຈາກ ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສືກສາທິການ ແລະກີລາ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ສະຖາບັນຂົງຈື ແລະຕອນທ້າຍ ໄດ້ມີພິທີເຊັນສັນຍາສືບຕໍ່ມອບທຶນການສຶກສາຂອງທະນາຄານລາວ-ຈີນໃຫ້ສະຖາບັນຂົງຈືຕື່ມອີກ.

ພາບບັນຍາກາດ