Select your language

ໃນຕອນບ່າຍ, ວັນທີ 19 ຕຸລາ 2022 ຄະນະວິທະຍາສາດການກີລາ-ກາຍະກຳ​ (ຄວກ), ມະຫາວິທະຍາໄລແຫ່ງຊາດ(ມຊ). ໄດ້ຈັດພິທີ ສະຫຼຸບສົກຮຽນ 2021-2022 ແລະ ຜ່ານແຜນການ 2022-2023 ພ້ອມສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ທີ່ຫ້ອງປະຊຸມສະໂມສອນຊັ້ນສອງ ມຊ, ໂດຍການເປັນປະທານຂອງທ່ານ ປອ. ອິນຕອງ ເລີດສິນໄຊ ຄະນະບໍດີ ຄະນະວິທະຍາສາດການກິລາ-ກາຍະກຳ, ມີຮອງຄະນະບໍດີ, ມີບັນດາແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາພາຍໃນຄະນະດັ່ງກ່າວເຂົ້າຮ່ວມ.

          ໃນພິທີ, ທ່ານ ປອ. ອິນຕອງ ເລີດສິນໄຊ ໄດ້ຂຶ້ນຜ່ານບົດສະຫຼຸບ ປະຈຳສົກສຶກສາ 2021-2022 ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຄວກ ມີພາລະບົດບາດໜ້າທີ່ຫຼັກ 5 ປະການຄື: ການຈັດການຮຽນ-ການສອນ, ຄົ້ນຄວ້າວິທະຍາສາດ, ການບໍລິການວິຊາການໃຫ້ແກ່ສັງຄົມ, ການປົກປັກຮັກສາ-ສົ່ງເສີມວັດທະນະທຳອັນດີງາມຂອງຊາດ ແລະ ປະຕິບັດໜ້າທີ່ຕາມການມອບໝາຍ; ມີພະນັກງານ, ຄູ-ອາຈານ ທັງໝົດ 37 ຄົນ (ຍິງ 14 ຄົນ), ມີນັກສຶກສາທັງໝົດ 303 ຄົນ (ຍິງ 83), ໃນສົກສຶກສານີ້ ມີນັກສຶກສາທີ່ສຳເລັດການສຶກສາທັງໝົດ ຈຳນວນ 115 ຄົນ (ຍິງ 34 ຄົນ). ໃນຕະຫຼອດສົກສຶກສາ ທີ່ຜ່ານມາ ຄວກ ໄດ້ຕັ້ງໜ້າປະຕິບັດວຽກງານຕາມການມອບໝາຍຂອງຂັ້ນເທິງ, ເຊິ່ງໄດ້ຈັດຕັ້ງການເຜີຍແຜ່ເຊື່ອມຊຶມເອກະສານ 3 ວາລະແຫ່ງຊາດ, ດ້ານວຽກງານວິຊາການ ຈັດຕັ້ງການຮຽນ-ການສອນ, ນຳສົ່ງ ແລະຕິດຕາມຂະບວນເຝິກຫັດຂອງນັກສຶກສາ ປີທີ 4 ຢູ່ 15 ໂຮງຮຽນມັດທະຍົມສຶກສາ ຢູ່ທີ່ແຂວງບໍລິຄຳໄຊ; ດ້ານວຽກງາການຮ່ວມມື ຄວກ ໄດ້ເຂົ້າຮ່ວມການເຝິກອົບຮົມ ວັດທະນະທຳທາງກີລາ ກັບ ມະຫາວິທະຍາໄລ ລຽວຊູ ປະເທດຍີ່ປຸ່ນ, ລົງນາມການຮ່ວມມືທາງວິຊາການກັບ ມະຫາວິທະຍາໄລສ້າງຄູກີລາ-ກາຍະກຳ ຮ່າໂນ້ຍ ປະເທດຫວຽດນາມ ແລະທົບທວນການຮ່ວມມື ກັບມະຫາວິທະຍາໄລກີລາ ບັກນິງ ປະເທດຫວຽດນາມ, ເດີນທາງໄປສຶກສາການຮ່ວມມືດ້ານວິຊາການ ກັບ ມະຫາວິທະຍາໄລ ຈຸລາລົງກອນ ແລະ ມະຫາວິທະຍາໄລບູລະພາ ປະເທດໄທ.

          ຈາກຜົນງານທີ່ ທາງ ຄວກ ຍາດມາໄດ້, ສົກສຶກສານີ້ ມີພະນັກງານ, ຄູ-ອາຈານ ໄດ້ຮັບການຍ້ອງຍໍຂັ້ນກະຊວງສຶກສາທິການ ແລະກີລາ ຈຳນວນ 28 ທ່ານ, ຍິງ 11 ທ່ານ ແລະ ໄດ້ຮັບການຍ້ອງຍໍຂັ້ນ ມຊ ຈຳນວນ 3 ທ່ານ, ຍິງ 2 ທ່ານ. ໃນພິທີ ຍັງໄດ້ຮັບຟັງ ການອ່ານບົດກອນອວຍພອນຄູ ຈາກຕົວແທນນັກສຶກສາ ແລະມອບພວງມະໄລ ເພື່ອເປັນການສະແດງຄວາມກະຕັນຍູ-ຮູ້ບຸນຄຸນ ແກ່ພະນັກງານ, ຄູ-ອາຈານ ເນື່ອງໃນໂອກາດວັນຄູແຫ່ງຊາດ ວັນທີ 7 ຕຸລາ ຕື່ມອີກ.

ພາບບັນຍາກາດ