Select your language

ໃນລະຫວ່າງວັນທີ 10 ຫາ ວັນທີ 18 ຕຸລາ 2022 ນີ້, ທີມນັກຮຽນ ມັດທະຍົມປາຍ ເຊິ່ງເປັນຕົວແທນໃຫ້ນັກຮຽນ ມັດທະຍົມປາຍ ຂອງ ສ ປປ ລາວ (ໃນນາມທີມຊາດລາວ) ໄດ້ເດີນທາງໄປເຂົ້າຮ່ວມການແຂ່ງຂັນ ຫຸ່ນຍົນ ລະດັບໂລກ ໃນງານ First Global Challenge 2022 ທີ່ນະຄອນ ເຈນເນວາ ປະເທດສະວິດເວີແລນ, ໂດຍການນໍາພາທີມ ຂອງ ທ່ານ ອຈ. ປອ. ຂັນທະນູ ຫຼວງໄຊຊະນະ ຮອງຫົວໜ້າພະແນກວິຊາການ ຄະນະວິສະວະກໍາສາດ(ຄວສ) ມະຫາວິທະຍາໄລແຫ່ງຊາດ(ມຊ); ທ່ານ ປທ. ກະຕ່າຍ ໄຊຍະສົມບັດ ອາຈານສອນຈາກພາກວິຊາ ວິສະວະກໍາຄອມພິວເຕີ ແລະເຕັກໂນໂລຊີ ຂໍ້ມູນຂ່າວສານ ຄະນະວິສະວະກໍາສາດ ມຊ.

          ການແຂ່ງຂັນຫຸ່ນຍົນ ລະດັບໂລກ First Global Challenge 2022 ທີ່ນະຄອນ ເຈນເນວາ ປະເທດສະວິດເວີແລນ ໃນຄັ້ງນີ້, ທີມຕົວແທນນັກຮຽນມັດທະຍົມປາຍ ຂອງ ສ ປປ ລາວ (ທີມຊາດລາວ) ເຂົ້າຮ່ວມທັງໝົດ ມີ 5 ນ້ອງ ຄື: ນາງ ທິດາພອນ ວາລາກອນ ຈາກໂຮງຮຽນກຽດຕິສັກ ນາໆຊາດ, ທ້າວ ຈ່າຢີລົງທ່າວ ຕົງປາວທໍ່ ຈາກໂຮງຮຽນມັດທະຍົມສຶກສາ ສົມບູນວຽງຈັນ, ທ້າວ ກິດສະນະ ຈັນທະບັນດິດ,  ທ້າວ ສົມບູນ ມິດປະສົງ ແລະທ້າວ ພິພັກໄຊ ອິນຊີຊຽງໄໝ່  ຈາກໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ ມະຫາວິທະຍາໄລແຫ່ງຊາດ, ເຊິ່ງໃນໄລຍະມື້ການແຂ່ງຂັນ ທີມຊາດລາວ ສາມາດສ້າງຜົນງານໄດ້ດີ ແລະໜ້າພາກພາກພູມໃຈຢ່າງຍິ່ງ, ເພາະໃນການແຂ່ງຂັນ Ranking Match 12 ນັດ ທີມຊາດລາວເຮົາ ຊະນະ 10 ນັດ, ສະເໝີ 1 ນັດ ແລະເສຍ 1 ນັດ.

          ໂຄງການນີ້, ເປັນໂຄງການ First Global Challenge ສະຫະລັດອາເມລິກາ ເຊິ່ງທາງພາກວິຊາ ວິສະວະກໍາຄອມພິວເຕີ ແລະເຕັກໂນໂລຊີ ຂໍ້ມູນຂ່າວສານ ຄະນະວິສະວະກໍາສາດ ມຊ ເປັນຜູ້ດູແລໂຄງການນີ້, ເຊິ່ງໄດ້ໃຫ້ກຸ່ມສະມາຊິກ ຫຸ່ນຍົນ “Champa Maker” ລົງໄປເຜີຍແຜ່ພາກທິດສະດີ ແລະເຝິກອົບຮົມໃຫ້ ນັກຮຽນມັດທະຍົມຕອນປາຍ ກຸ່ມເປົ້າໝາຍ ໃນຂອບເຂດນະຄອນຫຼວງວຽງຈັນ ເພື່ອໃຫ້ຮຽນຮູ້ ໂດຍໃຊ້ STEM (ວິທະຍາສາດ, ເທັກໂນໂລຊີ, ວິສະວະກໍາ ແລະຄະນິດສາດ) ເຂົ້າໃນການຄົ້ນຄິດປະດິດສ້າງ ແລະໄດ້ຈັດການແຂ່ງຂັນໃນ ນະຄອນຫຼວງວຽງຈັນ ເພື່ອຄັດເລືອກເອົາຕົວແທນນັກຮຽນ ໃນນາມທີມຊາດລາວ ເຂົ້າຮ່ວມການແຂ່ງຂັນ; ເຊິ່ງຜົນຂອງການແຂ່ງຂັນໂດຍລວມ ທີມຊາດລາວເຮົາ ຈົບການແຂ່ງຂັນ ໃນອັນດັບທີ 34 ຂອງໂລກ, ຈາກການເຂົ້າຮ່ວມແຂ່ງຂັນທັງໝົດ 160 ປະເທດ ທົ່ວໂລກ; ພ້ອມນັ້ນທີມຊາດລາວຍັງສາມາດ ຄວ້າລາງວັນ Safety Award (ຫຸ່ນຍົນປອດໄພ) ໃນງານການແຂ່ງຂັນ ກັບມາຝາກຊາວລາວເຮົາອີກດ້ວຍ.