Select your language

ໃນຕອນບ່າຍ ວັນທີ 24 ຕຸລາ 2022 ນີ້, ຫ້ອງການ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີມອບ-ຮັບໃບຍ້ອງຍໍ ໃຫ້ແກ່ພະນັກງານ ພາຍໃນຫ້ອງການຕົນ, ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ທ່ານ ຮສ.ປອ. ບົວດໍາ ແສງຄໍາຄຸດລາວົງ ຫົວໜ້າຫ້ອງການ ມຊ, ມີບັນດາທ່ານ ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານຫ້ອງການດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີ ທ່ານ ນາງ ໃບສີ ວາເນັງຈື ຮອງຫົວໜ້າຫ້ອງການ ມຊ, ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ສະບັບເລກທີ 4550/ສສກ, ລົງວັນທີ 12 ກັນຍາ 2022 ວ່າດ້ວຍການຍ້ອງຍໍບຸກຄົນດີເດັ່ນ ໃນການປະກອບສ່ວນເຫື່ອແຮງ, ສະຕິປັນຍາ, ຄວາມຮູ້-ຄວາມສາມາດ ເຂົ້າໃນການພັດທະນາວຽກງານການສຶກສາ ແລະກີລາ ປະຈໍາປີ 2021-2022, ຈໍານວນ 1,185 ທ່ານ, ຍິງ 509 ທ່ານ; ໃນນັ້ນ ມີພະນັກງານ ຫ້ອງການ ມຊ ຈໍານວນ 9 ທ່ານ, 5 ທ່ານ ແລະຜ່ານຂໍ້ຕົກລົງ ຂອງອະທິການບໍດີ ມຊ ສະບັບເລກທີ 3178/ມຊ, ລົງວັນທີ 21 ກັນຍາ 2022 ວ່າດ້ວຍການຍ້ອງຍໍ ຂັ້ນ ມຊ ໃຫ້ແກ່ພະນັກງານ, ຄູ-ອາຈານ ມຊ ຈໍານວນ 381 ທ່ານ, ຍິງ 167 ທ່ານ; ໃນນັ້ນ ມີພະນັກງານ ຫ້ອງການ ມຊ ຈໍານວນ 14 ທ່ານ, ຍິງ 8 ທ່ານ ຕໍ່ທີ່ປະຊຸມ. ຈາກນັ້ນ ກໍໄດ້ມີພິທີ ມອບ-ຮັບ ໃບຍ້ອງຍໍ, ໂດຍການໃຫ້ກຽດມອບ ຂອງ ທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ.

         ໃນໂອກາດມອບໃບຍ້ອງຍໍ ທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ ໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ; ເຊິ່ງກ່ອນອື່ນທ່ານໄດ້ກ່າວຍ້ອງຍໍ-ຊົມເຊີຍ ຕໍ່ຜົນງານການປະກອບສ່ວນຂອງຄະນະຫ້ອງການ ແລະພະນັກງານທຸກຄົນ ພາຍໃນຫ້ອງການ ມຊ ໃນໜຶ່ງປີຜ່ານມາ ຈົນສາມາດຍາດໄດ້ການຍ້ອງຍໍ ຂັ້ນກະຊວງສຶກສາທິການ ແລະກີລາ ແລະ ຂັ້ນ ມຊ; ພ້ອມທັງຍົກໃຫ້ເຫັນ ດ້ານນະໂຍບາຍຂອງກະຊວງສຶກສາທິການ ແລະກີລາ ກໍຄື ມຊ ກ່ຽວກັບແຜນການປັບປຸງກົງຈັກການຈັດຕັ້ງໂດຍລວມ ຂອງ ມຊ, ພາລະບົດບາດຂອງຕໍາແໜ່ງງານ ພາຍໃນ ມຊ ເວົ້າລວມ; ເວົ້າສະເພາະກໍແມ່ນ ຫ້ອງການ ມຊ ແລະຫ້ອງການອ້ອມຂ້າງ ມຊ ແລະຂະນະດຽວກັນທ່ານຍັງໄດ້ຍົກໃຫ້ເຫັນ ບັນຫາສະພາບຄວາມຫຍຸ້ງຍາກໃນສັງຄົມ ແລະບັນຫາເສດຖະກິດ ພາຍໃນປະເທດ ເຊິ່ງໄດ້ຮັບຜົນກະທົບມາຈາກສະພາບການ ພະຍາດ ໂຣກໂຄວິດ-19 ທີ່ຜ່ານມາ ແລະຜົນກະທົບທາງອ້ອມ ຈາກສະພາບຄວາມຂັດແຍ່ງ ບາງປະເທດໃນໂລກ; ໂດຍສະເພາະແມ່ນບັນຫາໄພເງິນເຟີ້ ແລະຄ່າຄອງຊີບໃນສັງຄົມ; ເຖິງຢ່າງໃດກໍຕາມ ທ່ານຍັງໄດ້ຍົກໃຫ້ເຫັນ ທິດທາງ ແລະການສູ້ຊົນແກ້ໄຂສະພາບເສດຖະກິດ ແລະຄ່າຄອງຊີບ ຂອງພັກ ແລະລັດຖະບານ ໃນປັດຈຸບັນ ແລະ ສະເພາະໜ້າ, ພ້ອມທັງກ່າວເນັ້ນວ່າ ພະນັກງານ, ລັດຖະກອນ ກໍຕ້ອງໄດ້ພ້ອມກັນສູ້ຊົນ ໃນການປະຕິບັດວຽກງານ ແລະການດໍາລົງຊີວິດ ເພື່ອໃຫ້ດໍາເນີນຕໍ່ໄປໄດ້.