ພິທີມອບ-ຮັບເຄື່ອງກິລາ ຈາກບໍລິສັດລາວແທັກຊີ ເຊີວິດຈໍາກັດຜູ້ດຽວ ໃຫ້ກັບທີມບານເຕະ ສະໂມສອນອາຄາເດມີ ມຊ
ໃນຕອນບ່າຍຂອງວັນທີ 04 ພຶດສະພາ 2022 ຢູ່ທີ່ຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີມອບ-ຮັບເຄື່ອງກິລາ ຈໍານວນ 22 ຊຸດ ລວມເປັນມູນຄ່າ ທັງໝົດ 2,100,000 ກີບ (ສອງລ້ານໜຶ່ງແສນກີບ) ຈາກບໍລິສັດລາວແທັກຊີ ເຊີວິດຈໍາກັດຜູ້ດຽວ ໃຫ້ກັບທີມບານເຕະ ຂອງສະໂມສອນອາຄາເດມີ ມະຫາວິທະຍາໄລແຫ່ງຊາດ.