Select your language

ໃນຕອນບ່າຍ ວັນທີ 27 ມີນາ 2024 ຜ່ານມາ, ຄະນະອັກສອນສາດ (ຄອສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານປາຖະກະຖາໃນຫົວຂໍ້ “ບົດບາດຊີ້ນຳໆພາຂອງພັກ ຕໍ່ກັບວຽກງານການສຶຶກສາ ແລະວັດທະນະທຳ” ທີ່ຫ້ອງປະຊຸມ ສະໂມສອນໃຫຍ່ ມຊ ໂດຍການປາຖະກະຖາຂອງທ່ານ ສຈ. ປອ. ບໍ່ແສງຄຳ ວົງດາລາ ປະທານສະພາ ມຊ ອະດີດອະທິການບໍດີ ມຊ, ໂດຍມີທ່ານ ທອງສຸກ ແກ້ວມະນີ ຄະນະພັກ ມຊ, ເລຂາຄະນະພັກຮາກຖານ ຄອສ ພ້ອມດ້ວຍຄະນະ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຮັບຟັງ.

          ໃນພິທີ, ທ່ານ ສຈ. ປອ. ບໍ່ແສງຄຳ ວົງດາລາ ໄດ້ຍົກໃຫ້ເຫັນເຖິງປະຫວັດສາດອັນຍາວນານ ທີ່ມີມູນເຊື້ອໃນການຕໍ່ສູ້-ນໍາພາ ປວງຊົນລາວ ດໍາເນີນການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນ ເພື່ອນໍາເອົາຄວາມເປັນເອກະລາດ ມາໃຫ້ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ, ໃນການສ້າງສາ ແລະ ພັດທະນາປະເທດຊາດ ຈົນສາມາດຍາດໄດ້ເອກະລາດ ແລະສະຖາປະນາເປັນ ສປປ ລາວ ໃນວັນທີ 2 ທັນວາ ປີ 1975 ຢ່າງເປັນທາງການ. ໄຊຊະນະ ແລະມູນເຊືອໃນຄັ້ງນີ້ ຈຶ່ງເປັນຂີດໝາຍສຳຄັນ ແຫ່ງເຫດການປະຫວັດສາດ ໄດ້ກາຍເປັນເຫດການສຳຄັນຂອງການປະຕິວັດຊາດ ປະຊາທິປະໄຕຢ່າງສົມບູນ ກ້າວສູ່ຈຸດໝາຍສັງຄົມນິຍົມ, ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໂດຍສະເພາະ ກໍແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ກ່ຽວກັບແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ພັກໄດ້ກຳນົດວ່າ: ການພັດທະນາຂະແໜງການສຶກສາ ແລະກີລາເປັນວຽກຈຸດສຸມໂດຍຖືເອົາການຜັນຂະຫຍາຍຍຸດທະສາດ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ເພື່ອຍົກສູງຄຸນນະພາບຂອງການພັດທະນາຊັບພະຍາກອນມະນຸດ ແລະ  ໜຶ່ງ ໃນເປົ້າໝາຍໃຫຍ່ ຂອງມະຕິກອງປະຊຸມໃຫຍ່ ກໍແມ່ນການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນະພາບສູງຂຶ້ນ ເພື່ອຕອບສະໜອງໄດ້ຄວາມຕ້ອງການຂອງການພັດທະນາ, ດ້ານວຽກງານວັດທະນະທຳ ກໍແມ່ນວຽກງານໜຶ່ງທີ່ພັກເອົາໃຈໃສ່ ສົ່ງເສີມພັດທະນາ ແລະອານຸລັກຮັກສາມູນເຊື້ອວັດທະນະທຳອັນດີງາມຂອງຊາດ ເຊິ່ງການປາຖະກະຖາໃນຄັ້ງນີ້, ໄດ້ເຮັດໃຫ້ ພະນັກງານ, ຄູ-ອາຈານ ແລະນັກສຶກສາໄດ້ຮັບຮູ້ ແລະ ເຂົ້າໃຈບົດບາດຊີ້ນຳພາຂອງພັກ ຕໍ່ກັບວຽກງານການສຶຶກສາ ແລະວັດທະນະທຳ.

ພາບບັນຍາກາດ