NUOL Programs

ສາຂາວິຊາ ຄູເຄມີສາດ

thumb
ສາຂາວິຊາ ຄູເຄມີສາດ
ຫຼັກສູດ:
ສາຂາວິຊາ ຄູເຄມີສາດ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະສຶກສາສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

  • ອະທິບາຍເນື້ອໃນ, ທິດສະດີ, ຫຼັກການ ແລະ ວິທີການສອນເຄມີສາດ
  • ສັງລວມທິດສະດີ, ຫຼັກການ, ຂັ້ນຕອນ ແລະ ວິທີໃນການປະຕິບັດຕົວຈິງກ່ຽວກັບເຄມີສາດ

ດ້ານທັກສະ:

  • ດຳເນີນການຄົ້ນຄວ້າວິທະຍາສາດ, ສ້າງນະວັດຕະກຳດ້ານການສິດສອນເຄມີສາດ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການສື່ສານ ແລະ ການຮຽນຮູ້ຕະຫຼອດຊີວິດ
  • ສະແດງຄວາມຄິດເຫັນແບບມີວິຈາລະນະຍານ ໃນການແກ້ໄຂບັນຫາໃນວຽກງານຕົວຈິງ

ດ້ານການນໍາໃຊ້:

  • ນຳໃຊ້ທິດສະດີ, ຫັຼັກການເຂົ້າໃນການທົດລອງເຄມີສາດເຊັ່ນ: ເຄມີວິເຄາະ, ເຄມີອະນົງຄະທາດ, ເຄມີອົງຄະທາດ, ການຄິດໄລ່ໃນເຄມີ, ເຄມີໃນຊີວິດປະຈຳວັນ, ອຸດສະຫະກຳ, ກະສິກຳ ແລະ ອື່ນໆ.
  • ດໍາເນີນການຈັດການຮຽນ-ການສອນເຄມີສາດ ໂດຍນຳໃຊ້ນະວັດຕະກຳສື່ການຮຽນ-ການສອນທີ່ແທດເໝາະກັບສະພາບການປ່ຽນແປງໃນແຕ່ລະໄລຍະ.
  • ດຳເນີນການຄົ້້ນຄວ້າວິ​ທະ​ຍາ​ສາດ ກ່ຽວກັບເຄມີສາດ.

ດ້ານທັກສະທາງສັງຄົມ:

  • ປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບສູງ, ມີຈັນຍາບັນ, ຈັນຍາທໍາ, ມີມະນຸດສໍາພັນດີ, ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ-ຮີດຄອງປະເພນີອັນດີງາມ ເຮັດວຽກເປັນໝູ່ຄະນະ ພ້ອມທັງໃຫ້ບໍລິການວິຊາການ ແລະ ແນະນໍາການຈັດການຮຽນ-ການສອນເຄມີສາດໃຫ້ແກ່ສະຖາບັນການສຶກສາ ລວມທັງຂະແໜງການອື່ນໆທີ່ກ່ຽວຂ້ອງ..

ອາຊີບທີ່ຄາດວ່າຈະສາມາດປະກອບໄດ້.

  • ອາຊີບທາງດ້ານວິຊາການ ແລະ ການສຶກສາຄົ້ນຄວ້າວິທະຍາສາດ ເຊັ່ນ: ຄູ-ອາຈານ, ນັກວິຊາການທາງດ້ານເຄມີສາດ, ນັກວິທະຍາສາດ, ນັກຄົ້ນຄວ້າວິທະຍາສາດ.
  • ອາຊີບໃນອົງກອນພາກລັດເຊັ່ນ: ຄູສອນໃນໂຮງຮຽນຕ່າງໆ, ພະນັກງານກະຊວງສຶກສາທິການ ແລະ ກິລາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງກະສິກຳ, ກະຊວງພະລັງງານ ແລະ ຂຸດຄົ້ນບໍ່ແຮ່ ແລະ ຂະແໜ່ງການອື່ນໆທີ່ກ່ຽວຂ້ອງ.
  • ອາຊີບໃນຂະແໜງການເອກະຊົນ ເຊັ່ນ: ຄູສອນໂຮງຮຽນເອກະຊົນ, ພະນັກງານບໍລິສັດຂຸດຄົ້ນບໍ່ແຮ່ຕ່າງໆ, ເປັນທີ່ປຶກສາໃຫ້ກັບອົງກອນທາງດ້ານວິທະຍາສາດ, ເຮັດວຽກດ້ານປະຊາສໍາພັນ ແລະ ເຜີຍແຜ່ໂຄສະນາກ່ຽວກັບສິ່ງແວດລ້ອມ...
  • ປະກອບທຸລະກິດສ່ວນຕົວເຊັ່ນ: ຜະລິດ ແລະ ຈໍາໜ່າຍຢາມ໋ອງ, ສະບູແຫຼວ, ຢາສະຫົວ, ຜະລິດປຸ໋ຍຊີວະພາບ ແລະ ປຸ໋ຍເຄມີທີ່ໃຊ້ເຂົ້້າໃນການປູກຝັງ...
ຈຸດປະສົງຂອງຫຼັກສູດ:
  1. ສ້າງ​ນັກ​ສຶກ​ສາ​ໃຫ້ເປັນ​​ພົນ​ລະ​ເມືອງ​ດີ, ມີນໍ້າໃຈຮັກຊາດ, ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ, ຈັນຍາບັນໃນອາຊີບ, ​ອະນຸຮັກ ແລະ ເສີມຂະຫຍາຍ ວັດທະນະທໍາຂອງຊາດ ແລະ ສາກົນ.
  2. ສ້າງ​ນັກ​ສຶກ​ສາ​ໃຫ້ມີຄວາມຮູ້ດ້ານເຄມີສາດ, ທັກສະການສິດສອນ, ການຄົ້ນຄວ້າວິທະຍາສາດ ໄດ້ຢ່າງມີປະສິດຕິພາບ, ທັນສະໄໝ, ຮູ້ປະເມີນຜົນການຮຽນ, ສາມາດປະຍຸກໃຊ້ສື່ນະວັດຕະກຳເຕັກໂນໂລຊີຂໍ້ມູນຂ່າວສານເພື່ອການຮຽນຮູ້ ແລະ ການບໍລິການວິຊາການໃຫ້ແກ່ສັງຄົມ.
  3. ສ້າງນັກສຶກສາໃຫ້ມີຄວາມຫ້າວຫັນພັດທະນາຕົນເອງ ແລະ ວິຊາຊີບໄດ້ຢ່າງຕໍ່ເນື່ອງ, ສາມາດເຊື່ອມໂຍງຄວາມຮູ້ກັບສາຂາຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ມີທັກສະການຮຽນຮູ້ຕະຫຼອດຊີວິດ.
ລາຍລະອຽດ: