NUOL Programs

ສາຂາວິຊາ ພາສາ-ວັດທະນະທໍາລາວ

thumb
ສາຂາວິຊາ ພາສາ-ວັດທະນະທໍາລາວ
ຫຼັກສູດ:
ສາຂາວິຊາ ພາສາ-ວັດທະນະທໍາລາວ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະອັກສອນສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

  • ຈໍາແນກທິດສະດີ, ຫຼັກພາສາ, ວັນນະຄະດີ, ວັດທະນະທໍາລາວໄດ້ຢ່າງເລິກເຊິ່ງ.
  • ຂຽນບົດປະເພດຕ່າງໆໄດ້.
  • ວິເຄາະພາສາ, ວັນນະຄະດີ ແລະວັດທະນະທໍາລາວຢ່າງຖືກຕ້ອງ ແລະເໝາະສົມກັບສະຖານະການຕ່າງໆ.     

ດ້ານທັກສະ:

  • ພັດທະນາຄວາມຮູ້ດ້ານເຕັກໂນໂລຊີ ແລະພາສາຕ່າງປະເທດເຂົ້າໃນການດໍາເນີນວຽກງານຕົວຈິງໃຫ້ໄດ້ດີ.
  • ດໍາເນີນການປະຕິບັດວຽກງານຢ່າງມີສະມາທິ ແລະມີທັກສະດ້ານການໄຈ້ແຍກຂໍ້ມູນຢ່າງລະອຽດ ແລະມີພິບໄຫວໃນການນໍາສະເໜີ.   
  • ດໍາເນີນການຄົ້ນຄວ້າທາງດ້ານພາສາ, ວັນນະຄະດີ ແລະວັດທະນະທໍາລາວໃນລະດັບພື້ນຖານ.

ດ້ານການນໍາໃຊ້:

  • ໃຊ້ຄວາມຮູ້ດ້ານພາສາ, ວັນນະຄະດີ ແລະວັດທະນະທໍາລາວເຂົ້າໃນວຽກງານຕົວຈິງ ໄດ້ຢ່າງມີປະສິດຕິພາບ.

ດ້ານທັກສະທາງສັງຄົມ:  

  • ພັດທະນາຄວາມຮູ້ 5 ຫຼັກມູນໃຫ້ກາຍເປັນຄົນທີ່ດີຂອງສັງຄົມ.
  • ປະຕິບັດໜ້າທີ່ວຽກງານຢ່າງມີຈັນຍາບັນ, ຈັນຍາທໍາ ແລະມີຄວາມຮັບຜິດຊອບສູງ.
  • ສ້າງແນວຄິດໃນການປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີອັນດີງາມໃຫ້ຢູ່ຄູ່ກັບຊາດລາວຕະຫຼອດໄປ.   
ຈຸດປະສົງຂອງຫຼັກສູດ:
  1. ສ້າງນັກສຶກສາໃຫ້ເປັນຜູ້ມີຄວາມຮູ້ ຄວາມເຂົ້າໃຈຢ່າງເລິກເຊິ່ງ ທາງດ້ານພາສາ, ວັນນະຄະດີ ແລະວັດທະນະທໍາລາວທັງສາມາດນຳໄປປະກອບອາຊີບຢູ່ພາຍໃນ ແລະຕ່າງປະເທດໄດ້ດີ.
  2. ສ້າງໃຫ້ນັກສຶກສາມີຄວາມຮູ້ ແລະຄວາມເຂົ້າໃຈດ້ານທິດສະດີພາສາ ແລະຫຼັກພາສາລາວ ເພື່ອນໍາໃຊ້ເຂົ້າໃນການຂີດຂຽນ, ບັນນາທິການ ແລະການສຶກສາຄົ້ນຄວ້າ.
  3. ສ້າງໃຫ້ນັກສຶກສາມີຄວາມຮູ້ທາງດ້ານທິດສະດີວັນນະຄະດີ, ສາມາດຕີລາຄາ, ວິເຄາະ, ວິຈານວັນນະຄະດີລາວໄດ້ ແລະຮູ້ຊົມໃຊ້ຄຸນຄ່າວັນນະຄະດີເຂົ້າໃນຊີວິດຕົວຈິງ.
  4. ສ້າງນັກສຶກສາໃຫ້ມີຄວາມຮູ້ດ້ານວັດທະນະທໍາລາວ ເຊັ່ນ ຄວາມເຊື່ອ, ຮີດຄອງປະເພນີ, ພິທີກໍາໃນວິຖີຊີວິດ: ກິລິຍາມາລະຍາດ, ການນຸ່ງຖື, ການທໍາມາຫາກິນ, ປູຊະນີຍະສະຖານ, ສິລະປະດົນຕີ.
  5. ສ້າງນັກສຶກສາໃຫ້ມີທັດສະນະຄະຕິອັນດີງາມໃນການປົກປັກຮັກສາ ແລະພັດທະນາພູມປັນຍາທາງດ້ານພາສາ, ວັນນະຄະດີ ແລະວັດທະນະທໍາລາວ ເພື່ອນໍາໃຊ້ເຂົ້າໃນການພັດທະນາປະເທດຊາດ ໃຫ້ມີຄວາມກ້າວໜ້າທັນສະໄໝ.
  6. ສ້າງນັກສຶກສາໃຫ້ໄດ້ຕາມ 3 ລັກສະນະ 5 ຫຼັກມູນຂອງການສຶກສາແຫ່ງຊາດ.
ລາຍລະອຽດ: