NUOL Programs

ສາຂາ ສື່ສານມວນຊົນ

thumb
ສາຂາ ສື່ສານມວນຊົນ
ຫຼັກສູດ:
ສາຂາ ສື່ສານມວນຊົນ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະອັກສອນສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້: 

  • ປະມວນທິດສະດີດ້ານການສື່ສານ, ການຂ່າວ ແລະ ການຜະລິດສື່
  • ວິນິດໄສການສື່ສານ ແລະ ສື່ປະເພດຕ່າງໆ

ດ້ານການນໍາໃຊ້: 

  • ປະຍຸກໃຊ້ທິດສະດີການສື່ສານ ຄວາມຮູ້ດ້ານເຕັກນິກ ດ້ານການຂຽນຂ່າວ, ການຂຽນບົດປະເພດຕ່າງໆ
  • ປະເມີນຄ່າຂອງຜົນງານທາງສື່ປະເພດຕ່າງໆ
  • ສ້າງສັນຜົນງານສື່ປະເພດຕ່າງໆ

 ດ້ານທັກສະ: 

  • ປະຕິບັດວຽກງານເປັນໝູ່ຄະນະໄດ້ເປັນຢ່າງດີ
  • ນໍາໃຊ້ເຕັກໂນໂລຢີການສື່ສານມວນຊົນໄດ້ຢ່າງຄ່ອງແຄ່ວ

ດ້ານສັງຄົມ: 

  • ປະຕິບັດໜ້າທີ່ນັກສື່ສານມວນຊົນຢ່າງມີຈັນຍາບັນ,ປະຕິບັດໜ້າທີ່ໂດຍເປັນແບບຢ່າງ ໃນການອະນຸຮັກວັດທະນະທໍາລາວ, ພາສາລາວ ແລະສິ່ງແວດລ້ອມ.
ຈຸດປະສົງຂອງຫຼັກສູດ:
  1. ສ້າງນັກສຶກສາໃຫ້ມີຄວາມຮູ້, ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບົດບາດ, ໜ້າທີ່ຂອງວຽກງານສື່ສານມວນຊົນ ແລະ ສາມາດນຳເອົາໄປໃຊ້ໃນການປະຕິບັດວຽກງານໄດ້;
  2. ສ້າງນັກສຶກສາໃຫ້ເປັນບຸກຄະລາກອນສື່ສານມວນຊົນ ທີ່ມີຄຸນນະພາບໂດຍພ້ອມທີ່ຈະຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ເປັນທີ່ຍອມຮັບຂອງສັງຄົມ, ມີຄຸນນະພາບ ແລະ ມີປະສິດທິພາບທຽບທັນກັບສາກົນ.
  3. ສ້າງນັກສຶກສາໃຫ້ມີຄວາມສາມາດ ແລະ ມີທັກສະດ້ານການສື່ສານໃນອາຊີບຂອງຕົນໄດ້;
  4. ສ້າງນັກສຶກສາໃຫ້ມີແນວຄິດ, ມີທັດສະນະຄະຕິອັນດີ, ມີຄຸນສົມບັດ, ມີຈັນຍາບັນ, ມີຄວາມຮັບຜິດຊອບຕໍ່ ໜ້າທີ່ວຽກງານ; ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ;
ລາຍລະອຽດ: