NUOL Programs

ສາຂາວິຊາ ພາສາຍີີ່ປຸ່ນ

thumb
ສາຂາວິຊາ ພາສາຍີີ່ປຸ່ນ
ຫຼັກສູດ:
ສາຂາວິຊາ ພາສາຍີີ່ປຸ່ນ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະອັກສອນສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້: 

  1. ພັດທະນາຄວາມຮູ້ດ້ານພາສາຍີ່ປຸ່ນ ໃຫ້ສາມາດປະກອບອາຊີບໃນຂະແໜງການຕ່າງໆ. 
  2. ສົມທຽບດ້ານຫຼັກ​ພາສາ​ ແລະ ວັດທະນະທຳຂອງ​ຍີ່ປຸ່ນ-ລາວ.

ດ້ານທັກສະ: 

  1. ເລືອກເຟັ້ນພາສາຍີ່ປຸ່ນໃຫ້ແທດເໝາະກັບເຫດການ ແລະ ສະຖານະການໄດ້ຢ່າງເໝາະສົມ.
  2. ແປພາສາຍີ່ປຸ່ນ-ລາວ, ລາວ-ຍີ່ປຸ່ນໄດ້.
  3. ປະເມີນ​ສະຖານະ​ການ​ຕ່າງໆ​ ​ແລະ​ ມີ​ໄຫວ​ພິບ​ໃນ​ການ​ແກ້ໄຂບັນຫາ.

ດ້ານການນຳໃຊ້:

  1. ພັດທະນາຄວາມຮູ້ທາງດ້ານວິຊາສະເພາະເຂົ້າປະກອບອາຊີບໃນຂະແໜງການຕ່າງໆ.
  2. ປະດິດສ້າງສິ່ງໃໝ່ໆທີ່ໄດ້ຮຽນຮູ້ຈາກຍີ່ປຸ່ນ ໃຫ້ແທດເໝາະກັບສັງຄົມລາວ.

ດ້ານທັກສະທາງສັງຄົມ: 

  1. ສ້າງສາຍພົວພັນ​ຮ່ວມ​ມື​, ເຊື່ອມ​ໂຍງກັບ​ສາກົນ ​ແລະ ​ເປັນຂົວ​ຕໍ່​​ລະຫວ່າງ​ລາວ-ຍີ່ປຸ່ນ.
  2. ຂະຫຍາຍຕະຫຼາດແຮງງານລາວທີ່ນຳໃຊ້ພາສາຍີ່ປຸ່ນ.​
  3. ເຜີຍ​ແຜ່​ວັດທະນະທຳຂອງ​ສອງ​ຊາດ​ລາວ ​ແລະ ​ຍີ່ປຸ່ນ.​​
ຈຸດປະສົງຂອງຫຼັກສູດ:
  1. ນຳໃຊ້ພາສາຍີ່ປຸ່ນໃຫ້ໄດ້ລະດັບມາດຕະຖານພາສາຍີ່ປຸ່ນ JLPT ລະດັບ N2 (ທຽບເທົ່າລະດັບ C1);
  2. ມີ​ຄວາມ​ຮູ້ພື້ນຖານທາງດ້ານຄົ້ນຄວ້າວິທະຍາສາດ,ມີຄວາມ​ສາມາດ​​ໃນ​ການ​ນຳໃຊ້​ພາສາ​ຍີ່ປຸ່ນ​ເຂົ້າ​ໃນ​ການປະກອບອາຊີບ​​ຕ່າງໆຢ່າງ​ມີ​ປະສິດທິພາບ;
  3. ມີທັກສະໃນການຮຽນຮູ້ຮ່ວມກັບຄົນອື່ນ, ທັກສະໃນການແກ້ໄຂບັນຫາ ​ແລະ ມີ​ຄວາມ​ເຂົ້າ​ໃຈ​ໃນວັດ​ທະນະ​ທຳທີ່ແຕກຕ່າງ ຕະຫຼອດ​ເຖິງ​ຄວາມຮູ້​ທີ່​ກ່ຽວພັນກັບວັດທະນະທຳຂອງບັນດາປະເທດໃນພາກພື້ນ ແລະ ສາກົນ;
  4. ມີ​ຄຸນສົມບັດສິນທຳປະຕິວັດ, ຈະລິຍະທໍາ ​ແລະ ມີຄວາມ​ສາມາດ​; ກຽມພ້ອມ​ປະກອບສ່ວນ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ ຕາມ​ແນວທາງຂອງພັກ ແລະ ລັດຖະບານ;
  5. ໄດ້ຕາມ 3 ລັກສະນະ 5 ຫຼັກມູນ ຂອງການສຶກສາແຫ່ງຊາດ.
ລາຍລະອຽດ: