NUOL Programs

ສາ​ຂາວິຊາ ພາ​ສາ​ຈີນ

thumb
ສາ​ຂາວິຊາ ພາ​ສາ​ຈີນ
ຫຼັກສູດ:
ສາ​ຂາວິຊາ ພາ​ສາ​ຈີນ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະອັກສອນສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

ຈຳແນກການນຳໃຊ້ຄຳສັບທາງດ້ານພາສາຈີນໃນວຽກງານຕົວຈິງໃຫ້ຖືກຕ້ອງ.

ສົມທຽບຄວາມແຕກຕ່າງທາງດ້ານວັດທະນະທຳລາວ-ຈີນ.

ດ້ານທັກສະ:

ໜູນໃຊ້ພາສາຈີນໃຫ້ແທດເໝາະກັບເຫດການ, ສະຖານະການຢ່າງຄ່ອງແຄ່ວ ແລະ ຖືກຕ້ອງໃນການສື່ສານກັບຄົນຈີນ ຫຼື ກັບຄົນຕ່າງປະເທດອື່ນໆທີ່ໃຊ້ພາສາຈີນ;

ຈຳແນກລັກສະນະຂອງພາສາ, ວັດທະນະທຳ, ວັນນະຄະດີ, ອະລິຍະທຳ ຕາມແນວຄວາມຄິດທີ່ມີເຫດ ແລະ ຜົນທີ່ປະຕິບັດໄດ້; 

ໝູນໃຊ້ ເຕັກໂນໂລຊີເຂົ້າໃນການພັດທະນາໃນການປະຕິບັດວຽກງານຢ່າງມີປະສິດຕິພາບ.

ດ້ານການນຳໃຊ້:

ນຳໃຊ້ 4ທັກສະພື້ນຖານການຮຽນ-ການສອນພາສາຈີນ (ການເວົ້າ, ການຂຽນ, ການອ່ານ ແລະ ການຟັງ) ເຂົ້າໃນຂົງເຂດວຽກງານຕົວຈິງໃນອົງກອນພັກ-ລັດ ແລະ ເອກະຊົນ.

ສື່່ສານກັບຜູ້ທີ່ໃຊ້ພາສາຈີນໄດ້ຕາມມາດຕະຖານລະດັບພາສາຈີນ HSK 4 ແລະ HSKK ລະດັບກາງຂຶ້ນໄປ.

ທັກສະທາງສັງຄົມ:

ພັດທະນາຄວາມຮູ້ທາງດ້ານ 4 ທັກສະເພື່ອຕອບສະໜອງໃຫ້ໜ້າທີ່ວຽກງານໃນຂະແໜງການວິຊາການສະເພາະເຊັ່ນ: ບໍລິຫານ, ເລຂານຸການ, ການບໍລິການ, ຄົ້ນຄວ້າວິໄຈຕ່າງໆ

ປະຕິບັດຕາມໜ້າທີ່ວຽກງານເປັນໝູ່ຄະນະຢ່າງມີຈັນຍາບັນ, ຈັນຍາທຳ, ຄວາມຮັບຜິດຊອບສູງ, ພ້ອມທັງຄຽງຄູ່ກັບການສົ່ງເສີມການຮັກສາຮີດຄອງປະເພນີອັນດີງາມຂອງຊາດ.

ຈຳແນກ ແລະສາມາດຮັບໃຊ້ສັງຄົມທີ່ມີຄວາມຕ້ອງການຕະຫຼາດແຮງງານດ້ານ

ພາສາຈີນໄດ້ຕາມຂະແໜງການທີ່ຕ້ອງການຕາມຄວາມເໝາະສົມ.

ຈຸດປະສົງຂອງຫຼັກສູດ:
  1. ສ້າງນັກສຶກສາໃຫ້ເປັນຜູ້ມີຄວາມຮູ້, ຄວາມເຂົ້າໃຈທາງດ້ານພາສາຈີນ.
  2. ສ້າງນັກສຶກສາໃຫ້ມີຄວາມຮູ້ທາງດ້ານການນຳໃຊ້ທິດສະດີ ແລະ ຫຼັກພາສາຈີນ ເພື່ອນຳໃຊ້ເຂົ້າໃນການຂີດຂຽນ, ບັນນາທິການ ແລະ ການສຶກສາຄົ້ນຄວ້າ.
  3. ສ້າງນັກສຶກສາໃຫ້ມີຄວາມຮູ້ທາງດ້ານຕ່າງໆເຊັ່ນ: ວັດທະນະທຳ, ວັນນະຄະດີ, ປະຫວັດສາດ, ເສດຖະກິດ ແລະ ສັງຄົມສາດຈີນ.
  4. ສ້າງນັກສຶກສາໃຫ້ມີລະດັບຄວາມຮູ້ດ້ານພາສາຈີນໄດ້ຕາມມາດຕະຖານ HSK 4 ແລະ HSKK ລະດັບກາງຂຶ້ນໄປ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນສັງຄົມ ແລະ ຕະຫຼາດແຮງງານ.
  5. ສ້າງນັກສຶກສາໃຫ້ກາຍເປັນນັກວິຊາການທີ່ມີທັດສະນະຄະຕິອັນດີງາມ, ຮູ້ຈັກພັດທະນາພູມປັນຍາທາງດ້ານພາສາ ເພື່ອນຳໃຊ້ເຂົ້າໃນການພັດທະນາປະເທດຊາດໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝ. 
  6. ສ້າງນັກສຶກສາກາຍເປັນພົນລະເມືອງດີ, ມີວິໄນ, ມີຄຸນສົມບັດ, ຈັນຍາບັນ, ອະລິຍະທຳຂອງຊາດ.
ລາຍລະອຽດ: