NUOL Programs

ສາຂາວິຊາ ການຄຸ້ມຄອງໄພພິບັດ

thumb
ສາຂາວິຊາ ການຄຸ້ມຄອງໄພພິບັດ
ຫຼັກສູດ:
ສາຂາວິຊາ ການຄຸ້ມຄອງໄພພິບັດ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະ ຊັບພະຍາກອນນໍ້າ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ດ້ານຄວາມຮູ້:

ມີຄວາມຮູ້ດ້ານ ວິທີການ ແລະ ຫຼັກການ ກ່ຽວກັບການຄູ້ມຄອງຄວາມສ່ຽງ, ການປະເມີນຄວາມສ່ຽງ, ການປະເມີນຜົນກະທົບ, ການກະກຽມຄວາມພ້ອມໃນການຮັບມື ແລະ ການຕອບໂຕ້ກັບໄພພິບັດທີອາດຈະເກີດຂຶ້ນ/ກໍາລັງເກີດ/ເກີດຂື້ນແລ້ວ.

ດ້ານທັກສະ:

ຜູ້ຮຽນຈະມີຄວາມຊ່ຽວຊານ - ຊໍານິຊໍານານ, ຮູ້ຈັກປ້ອງກັນຕົວເອງ ຫຼື ສາມາດຊ່ວຍເຫຼືອຜູ້ອື່ນຢ່າງຖືກວີທີ ແລະ ມີທັກສະໃນການປະຕິບັດການ ການຮັບມືກັບໄພພິບັດ;

ທັກສະທາງວິຊາສະເພາະ:

ສາມາດວາງແຜນຄຸ້ມຄອງຄວາມສ່ຽງໄພພິບັດ, ແຜນການແກ້ໄຂບັນຫາ ແລະ ບັນເທົາທຸກເບື້ອງຕົ້ນເມື່ອເກີດໄພພິບັດ, ມີຄວາມຄິດສ້າງສັນໃນການຄົ້ນຄິດ, ປະເມີນເພື່ອໄຈ້ແຍກ ແລະ  ແກ້ໄຂບັນຫາດ້ວຍຕົວເອງ ມີຄວາມສາມາດໃນການເຮັດການວິໄຈ ແລະ ການຄົ້ນຄວ້າວິທະຍາສາດໃນລະດັບຕົ້ນໄດ້.

ດ້ານການນໍາໃຊ້:

ສາມາດນໍາເອົາຄວາມຮູ້, ຫຼັກການທິດສະດີ ດ້ານການຄູ້ມຄອງໄພພິບັດ ໄປຜັນຂະຫຍາຍ ແລະ ນໍໍາໃຊ້ທັກສະເຂົ້າໃນວຽກງານຕົວຈິງໄດ້

ດ້ານທັກສະທາງສັກຄົມ: 

ຜູ້ຮຽນຈົບຫຼັກສູດ  ວິທະຍາສາດຄູ້ມຄອງໄພພິບັດ ສາມາດພົວພັນ-ສື່ສານ, ນໍາໃຊ້ເທັກໂນໂລຊີ, ສະແດງຄວາມຄິດເຫັນດ້ານວິຊາການ, ໃຫ້ຄໍາປຶກສາດ້ານວິຊາການ, ຖ່າຍທອດຄວາມຮູ້ໃຫ້ກັບເພື່ອນຮ່ວມງານ ແລະ ຜູ້ອື່ນ.

ຈຸດປະສົງຂອງຫຼັກສູດ:
  1. ເພື່ອເຮັດໃຫ້ຜູ້ຮຽນເກີດທັກສະ ມີຄວາມຮູ້, ມີຄຸນນະທໍາ ໃນການຄຸ້ມຄອງໄພພິບັດ ທັງກ່ອນເກີດໄຟພິບັດ, ຂະນະເກີດໄພພິບັດ ແລະ ຫຼັງເກີດໄພພິບັດ
  2. ເພື່ອສາມາດນໍາໃຊ້ຄວາມຮູ້ທີ່ຮຽນມາປະຕິບັດການ ການຄຸ້ມຄອງໄພພິບັດ, ການປ້ອງກັນ ແລະ ການບັນເທົາໄພພິບັດ ແກ່ສັງຄົມໄດ້
  3. ເພື່ອສົ່ງເສີມພາວະຜູ້ນໍາ ແລະ ຄວາມສາມາດຂອງບຸກຄະລາກອນ ໃນການຖ່າຍທອດຄວາມຮູ້ດ້ານການຄຸ້ມຄອງໄພພິບັດໃນ ລະດັບທ້ອງຖິ່ນ ແລະ ລະດັບປະເທດ.
  4. ເພື່ອກໍ່ສ້າງພະນັກງານ ແລະ ນັກວິຊາການ ດໍາເນີນການຄຸ້ມຄອງໄພພິບັດ ທີ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ.
ລາຍລະອຽດ: