NUOL Programs

ສາຂາ ວິທະຍາສາດຄອມພິວເຕີ (ຕໍ່ເນື່ອງ)

thumb
ສາຂາ ວິທະຍາສາດຄອມພິວເຕີ (ຕໍ່ເນື່ອງ)
ຫຼັກສູດ:
ສາຂາ ວິທະຍາສາດຄອມພິວເຕີ (ຕໍ່ເນື່ອງ)
ລະດັບ:
  • ປະລິນຍາຕີຕໍ່ເນື່ອງ
ຄະນະ:
  • ຄະນະວິທະຍາສາດທຳມະຊາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:

ຫຼັກສູດຕໍ່ເນື່ອງປະລິຍາຕີວິທະຍາສາດ ສາຂາວິທະຍາສາດຄອມພິວເຕີ ສ້າງຂຶ້ນບົນພື້ນຖານ 3 ລັກສະນະ 5 ຫຼັກມູນ, ຕາມນະໂຍບາຍຂອງກະຊວງສຶກສາທິການ ແລະ ກີລາ, ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ຕະຫຼາດແຮງງານໃນປະຈຸບັນ ໂດຍແນໃສ່:

  • ຜະລິດນັກວິທະຍາສາດຄອມພິວເຕີ, ເຮັດວຽກເປັນທີມງານ ແລະ ບໍລິຫານໂຄງການດ້ານການພັດທະນາລະບົບເຕັກໂນໂລຊີ.
  • ສ້າງນັກຄົ້ນຄວ້າວິທະຍາສາດດ້ານວິທະຍາສາດຄອມພິວເຕີ ເພື່ອໃຫ້ສາມາດບຸກບືນ ແລະ ສະແຫວງຫາຄວາມຮູ້ໃໝ່ໆໃຫ້ທຽບເທົ່າພາກພື້ນ.
  • ສ້າງນັກຄົ້ນຄວ້າວິທະຍາສາດດ້ານການວິເຄາະຂໍ້ມູນທີ່ມີຄຸນນະພາບເພື່ອແກ້ໄຂບັນຫາເສດຖະກິດ-ສັງຄົມ.
  • ສ້າງບຸກຄະລາກອນໃຫ້ມີຄຸນນະທໍາ, ຈາລິຍະທໍາ ແລະ ຈັນຍາບັນໃນອາຊີບ, ມີຄວາມຮັບຜິດຊອບຕໍ່ສັງຄົມ, ມີຄວາມຜູກພັນກັບອົງກອນທີ່ຕົນເອງສັງກັດ ຫຼື ທ້ອງຖິ່ນທີ່ຕົນເອງອາໄສຢູ່.
ຈຸດປະສົງຂອງຫຼັກສູດ:
  • ຄວາມຮູ້ກ່ຽວກັບ ວິທີການຄົ້ນຄວ້າວິໄຈດ້ານ​​​ວິທະຍາສາດ​ຄອມ​ພິວ​ເຕີເຂົ້າໃນການແກ້ບັນຫາຕ່າງໆໃນສັງຄົມກໍຄືອົງການຕ່າງໆ, ການສ້າງແບບຈຳລອງ ແລະ ວິເຄາະຂໍ້ມູນແບບວິທະຍາສາດ, ແລະ ການພັດທະນາຊັອບແວ (Software).
  • ຄວາມສາມາດ ໜູນໃຊ້ທິດສະດີ ແລະ ຫຼັກການຕ່າງໆ ໃນການວິເຄາະຂໍ້ມູນແບບວິທະຍາສາດ, ສ້າງຮູບແບບ (Model) ແລະ ຊັອບແວ (Software) ເພື່ອແກ້ບັນຫາຕ່າງໆ ຂອງອົງການ ຫຼື ສັງຄົມ.
  • ຄວາມສາມາດ ຮຽນຕໍ່ໃນລະດັບການສຶກສາທີ່ສູງຂຶ້ນໃນສາຂາວິຊາວິທະຍາສາດຄອມພິວເຕີ ແລະ ສາຂາຕ່າງໆທີ່ກ່ຽວຂ້ອງ, ການປະດິດນະວັດຕະກຳ ແລະ ເທັກໂນໂລຊີ ຢ່າງມີວິທະຍາສາດ, ການເຮັດວຽກເປັນທີມງານ ແລະ ບໍລິຫານໂຄງການໃນດ້ານການພັດທະນາລະບົບເຕັກໂນໂລຊີ
  • ຄຸນສົມບັດ, ຈັນຍາບັນ ແລະ ຮັກວິຊາຊີບ
ລາຍລະອຽດ: