NUOL Programs

ສາຂາວິຊາ ຄູປະຫວັດສາດ

thumb
ສາຂາວິຊາ ຄູປະຫວັດສາດ
ຫຼັກສູດ:
ສາຂາວິຊາ ຄູປະຫວັດສາດ
ລະດັບ:
  • ປະລິນຍາຕີ
ຄະນະ:
  • ຄະນະສຶກສາສາດ
ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້:
  • ດ້ານຄວາມຮູ້: ອະທິບາຍທິດສະດີ, ຫຼັກການ ແລະ ວິທີການສອນປະຫວັດສາດ; ສັງລວມທິດສະດີ, ຫຼັກການໃນການປະຕິບັດຕົວຈິງກ່ຽວກັບປະຫວັດສາດ ແລະ ເຫດການສຳຄັນຕ່າງໆໃນລາວ ແລະ ສາກົນ.
  • ດ້ານທັກສະ: ດຳເນີນການຄົ້ນຄວ້າວິທະຍາສາດ, ເຕັັກໂນໂລຊີຂໍ້ມູນຂ່າວສານ ແລະ ການຮຽນຮູ້ຕະຫຼອດຊີວິດ; ສະແດງຄວາມຄິດເຫັນຢ່າງມີວິຈາລະນະຍານ ແລະ ແກ້ໄຂບັນຫາໃນວຽກງານຕົວຈິງ.
  • ດ້ານການນຳໄປໃຊ້: ນຳໃຊ້ທິດສະດີ, ຫຼັກການ ແລະ ວິທີການສິດສອນປະຫວັດສາດເຂົ້າໃນການຮຽນ-ການສອນດຳເນີນການປະເມີນ, ເຜີຍແຜ່ຫຼັກການ ແລະ ທິດສະດີໃນການຈັດການຮຽນ-ການສອນໂດຍນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຮຽນ-ການສອນປະຫວັດສາດ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ. ຜະລິດສື່ການຮຽນ-ການສອນ ພ້ອມທັງພັດທະນາໃຫ້ແທດເໝາະກັບສະພາບເສດຖະກິດສັງຄົມຕົວຈິງໃນແຕ່ລະໄລຍະ. 
  • ດ້ານທັກສະທາງສັງຄົມ: ປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບສູງ, ມີຈັນຍາບັນ, ຈັນຍາທໍາ, ມີມະນຸດສໍາພັນດີ, ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ-ຮີດຄອງປະເພນີອັນດີງາມ. ເຮັດວຽກເປັນໝູ່ຄະນະ ພ້ອມທັງໃຫ້ບໍລິການວິຊາການດ້ານປະຫວັດສາດແກ່ສັງຄົມ.

ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

ນັກສຶກສາທີ່ຮຽນຈົບຫຼັກສູດປະລິນຍາຕີສາຂາ ຄູປະຫວັດສາດ ສາມາດປະກອບອາຊີບໄດ້ດັ່ງນີ້: ອາຊີບດ້ານວິຊາການ ແລະ ການຄົ້ນຄວ້າວິທະຍາສາດເຊັ່ນ: ຄູສອນ, ນັກວິຊາການດ້ານປະຫວັດສາດ, ນັກພັດທະນາການສຶກສາ, ນັກຄົ້ນຄວ້າວິທະຍາສາດ,

ອາຊີບໃນອົງກອນພາກລັດເຊັ່ນ: ຄູສອນໃນໂຮງຮຽນຕ່າງໆ, ກະຊວງສຶກສາ ແລະ ກີລາ, ກະຊວງຖະແຫຼງຂ່າວ ແລະ ວັດທະນະທໍາ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ. ອາຊີບໃນຂະແໜງການເອກະສົນເຊັ່ນ: ຄູສອນໂຮງຮຽນເອກະຊົນ, ພະນັກງານວິຊາການ, ເປັນທີ່ປຶກສາໃຫ້ກັບອົງກອນທາງດ້ານການສຶກສາ, ເຮັດວຽກດ້ານການທ່ອງທ່ຽວທາງປະຫວັດສາດ, ເປັນນັກບັນຍາຍຢູ່ຫໍພິພິທະພັນ ແລະ ສະຖານທີ່ອື່ນໆ ທີ່ກ່ຽວຂ້ອງກັບປະຫວັດສາດ.

ປະກອບທຸລະກິດສ່ວນຕົວເຊັ່ນ: ຜູ້ປະກອບການທາງດ້ານການສຶກສາ (ໂຮງຮຽນ, ສູນພາສາ...), ຜູ້ນຳທ່ຽວ, ບັນນາທິການທາງປະຫວັດສາດ...

ຈຸດປະສົງຂອງຫຼັກສູດ:
  1.  ໃຫ້ເປັນ​​ພົນ​ລະ​ເມືອງ​ດີ, ມີຄຸນນະທໍາ ແລະ ຈະລິຍະທໍາ, ມີນໍ້າໃຈຮັກຊາດ, ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ, ຈັນຍາບັນໃນອາຊີບ, ​ອະນຸຮັກ ແລະ ເສີມຂະຫຍາຍວັດທະນະທໍາຂອງຊາດ ແລະ ສາກົນ;
  2. ໃຫ້ມີຄວາມຮູ້ ຄວາມສາມາດ ແລະ ການສິດສອນດ້ານປະຫວັດສາດຢ່າງຮອບດ້ານ ລວມທັງທັກສະດ້ານການສິດສອນ ແລະ ການຄົ້ນຄວ້າວິ​ທະ​ຍາ​ສາດ ຢ່າງມີປະສິດິພາບ, ທັນສະໄໝ, ຮູ້ປະເມີນຜົນການຮຽນ ແລະ ສາມາດປະຍຸກໃຊ້ສື່ນະວັດຕະກຳເຕັກໂນໂລຊີຂໍ້ມູນຂ່າວສານເພື່ອການຮຽນຮູ້; 
  3. ໃຫ້ມີຄວາມຫ້າວຫັນພັດທະນາຕົນເອງ ແລະ ວິຊາຊີບໄດ້ຢ່າງຕໍ່ເນື່ອງ, ສາມາດເຊື່ອມໂຍງຄວາມຮູ້ກັບສາຂາຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ມີທັກສະການຮຽນຮູ້ຕະຫຼອດຊີວິດ.
ລາຍລະອຽດ: