Select your language

ໃນຕອນເຊົ້າວັນທີ 26 ເມສາ 2022 ນີ້,   ກະຊວງອຸດສາຫະກຳ  ແລະການຄ້າ ຮ່ວມກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ    ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະເຫຼີມ-ສະຫຼອງ ວັນຊັບສິນທາງປັນຍາໂລກຂຶ້ນທີ່ ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ປອ. ຄໍາແພງ ໄຊສົມແພງ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງອຸດສາຫະກຳ  ແລະການຄ້າ,  ເຂົ້າຮ່ວມມີທ່ານ ມອນໄຊ ລາວມົວຊົງ,   ເລຂາຄະນະບໍລິຫານງານສູນກາງຊາວຫນຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະພະນັກງານຫຼັກແຫຼ່ງພາຍໃນກະຊວງ ອຸດສາຫະກຳ ແລະການຄ້າ, ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ສະມາຄົມນັກທຸລະກິດໜຸ່ມ, ຄູ-ອາຈານ ແລະນັກສຶກສາ ຂອງມະຫາວິທະຍາໄລແຫ່ງຊາດຈຳນວນ 200 ກວ່າຄົນເຂົ້າຮ່ວມ.

 

ການຈັດພິທີສະເຫຼີມ-ສະຫຼອງ ວັນຊັບສິນທາງປັນຍາໂລກ ໃນປີນີ້ ພາຍໃຕ້ຄຳຂວັນ: “ ຊັບສິນທາງປັນຍາ ແລະ ໄວໜຸ່ມ: ສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າ” ຊຶ່ງໃນແຕ່ລະປີ ສປປ ລາວ ແລະບັນດາປະເທດສະມາຊິກ ຂອງອົງການຊັບສິນທາງປັນຍາໂລກ (WIPO) ໄດ້ພ້ອມກັນສະເຫຼີມ-ສະຫຼອງວັນສໍາຄັນນີ້ ແລະໃນປີ 2022 ນີ້ແມ່ນຄົບຮອບ 22 ປີ. ເຊິ່ງຈຸດປະສົງຂອງການຈັດງານດັ່ງກ່າວ ກໍເພື່ອເປັນການເຜີຍແຜ່ ແລະ ສົ່ງເສີມໃຫ້ປະຊາຊົນລາວ ມີການສ້າງຜົນງານທາງດ້ານຊັບສິນທາງປັນຍາໃຫ້ຫຼາຍຂຶ້ນ, ທັງເປັນການກະຕຸກ-ຊຸກຍູ້ໃຫ້ສາມາດສ້າງນະວັດຕະກຳ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຫົວຄິດປະດິດແຕ່ງທາງດ້ານສິລະປະກໍາ ແລະວັນນະກໍາ, ການສ້າງເອກະລັກສະເພາະຂອງສິນຄ້າ ແລະ ການອອກແບບຜະລິດຕະພັນໃຫ້ໂດດເດັ່ນ, ການປັບປຸງພັນພືດໃໝ່ ໃຫ້ເໝາະສົມກັບຄວາມຕ້ອງການຂອງຜູ້ບໍລິໂພກ.

ໃນວາລະການສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກນີ້ ຍັງໄດ້ມີການຈັດກອງປະຊຸມສໍາມະນາກ່ຽວກັບ ວຽກງານຊັບສິນທາງປັນຍາ ແລະການປົກປ້ອງຜົນງານການຄົ້ນຄວ້າຕ່າງໆ ທີ່ສະແດງໃຫ້ເຫັນວ່າ: ຊັບສິນທາງປັນຍາ ຕິດພັນກັບ ໄວໜຸ່ມຄືແນວໃດ ແລະຜົນງານໃນການສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າຂອງສັງຄົມເຮົາມີຫຍັງແດ່ ເພື່ອຍົກບົດບາດຄວາມສຳຄັນ ແລະຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງໄວໜຸ່ມ ໂດຍສະເພາະໄວທີ່ພວມສຶກສາຮໍ່າຮຽນ ໃນຍຸກຂອງເສດຖະກິດດີຈີຕອນ, ເຕັກໂນໂລຊີຂໍ້ມູນຂ່າວສານທີ່ພັດທະນາຢ່າງທັນສະໄໝເຕົ້າໂຮມເປັນແຫຼ່ງລວມຂອງສະຕິປັນຍາ ແລະຄວາມຄິດສ້າງສັນ, ມຸມມອງໃໝ່, ຄວາມກະຕືລືລົ້ນໃນການຮຽນຮູ້, ກ້າທົດລອງການປະດິດສ້າງສິ່ງໃໝ່ໆ ເພື່ອກ້າວໄປສູ່ການສ້າງສັນນະວັດຕະກໍາໃໝ່ໆໃຫ້ຫຼາຍຂຶ້ນເລື້ອຍໆ ໂດຍສະເພາະຢູ່ໃນຂັ້ນມະຫາວິທະຍາໄລ ໄວໜຸ່ມນັກສຶກສາ ແລະອາຈານ ໄດ້ມີການລິເລີ່ມບາດກ້າວພື້ນຖານຂອງການສ້າງສິ່ງປະດິດເຊັ່ນ: ສ້າງຫຸ່ນຍົນຈຳລອງ, ໂປແກຼມຄອມພິວເຕີ, ພ້ອມນີ້ ກໍໄດ້ມີການສຶກສາຄົ້ນຄວ້າ ແລະເຜີຍແຜ່ຜົນການສຶກສາຄົ້ນຄວ້າດັ່ງກ່າວອອກສູ່ສັງຄົມ.

ສຳລັບໄວໜຸ່ມຢູ່ໃນພາກທຸລະກິດ ກໍໄດ້ສ້າງສັນຜົນງານການອອກແບບແຟຊັ່ນ, ສ້າງສັນສິລະປະດົນຕີ, ບົດເພງທີ່ມີຄວາມນິຍົມຊົມຊອບຢ່າງກວ້າງຂວາງທັງພາຍໃນ ແລະຕ່າງປະເທດ, ການຄົ້ນຄິດສ້າງໂປແກຣມຄອມພິວເຕີ ແລະແອັບພີເຄຊັນໃນໂທລະສັບມືຖື ເປັນຕົ້ນ: ແອັບບໍລິການລົດແທກຊີອອນໄລໂລກາ, ແຮນດີ ທີ່ເປັນແພັດຟອມ ໃນການສົ່ງເສີມການສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວ, ການຄ້າຂາຍ ແລະບໍລິການຕ່າງໆ ຜ່ານທາງອອນລາຍ ແລະອື່ນໆອີກ ຊຶ່ງເອື້ອອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດຂອງສັງຄົມໃນຍຸກປະຈຸບັນ ແລະຊຸກຍູ້ໃຫ້ກັບການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ໂດຍລວມ.