Select your language

          ໃນຕອນບ່າຍວັນທີ 6 ກັນຍາ 2023 ນີ້, ທີ່ຫ້ອງປະຊຸມ ຕຶກສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ມີພິທີມອບ-ຮັບທຶນການສຶກສາ ຈາກບໍລິສັດໄຟຟ້າຫົງສາ ຈໍາກັດ ໃຫ້ແກ່ ນັກສຶກສາມະຫາວິທະຍາໄລແຫ່ງຊາດ ປະຈໍາສົົກສຶກສາ 2023-2024, ໂດຍການເປັນປະທານຂອງທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້າຫົງສາ,  ມີບັນດາຫົວໜ້າຫ້ອງການ, ມີບັນດາຄະນະກໍາມະການຜູ້ຮັບຜິດຊອບທຶນ, ແຂກທີ່ຖືກເຊີນ, ພະນັກງານ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ທີ່ກ່ຽວຂ້ອງ ແລະ ນັກສຶກສາຜູ້ທີ່ໄດ້ຮັບທຶນເຂົ້າຮ່ວມ.

         ການມອບທຶນການສຶກສາ ຈາກບໍລິສັດໄຟຟ້າຫົງສາ ຈໍາກັດ ໃຫ້ແກ່ນັກສຶກສາ ມຊ ແມ່ນເລີ່ມມາແຕ່ສົກສຶກສາ 2020-2021 ເປັນຕົ້ນມາ. ສໍາສັບສົກສຶກສາ 2022-2023 ນີ້ແມ່ນເປັນປີທີ 3. ໂດຍມີຈຸດປະສົງເພື່ອຊຸກຍູ້ ແລະສົ່ງເສີມທຶນການສຶກສາໃຫ້ແກ່ນັກສຶກສາປີທີ 3;  ນັກສຶກສາຜູ້ໄດ້ຮັບທຶນ ແມ່ນຜູ້ທີ່ມີຄຸນສົມບັດດີ, ຮຽນດີ-ຮຽນເກັ່ງ ໄດ້ມີໂອກາດສຶກສາຕໍ່ໃຫ້ສໍາເລັດການສຶກສາໃນລະດັບມະຫາວິທະຍາໄລ, ເຊິ່ງທຶນທີ່ບໍລິສັດ ໄຟຟ້າຫົງສາ ມອບໃຫ້ແກ່ ນັກສຶກສາ ມຊ ໃນປີນີ້ມີຈໍານວນ 5 ຄົນ, ຍິງ 2 ຄົນ ຄັດເລືອກມາຈາກ 3 ຄະນະວິຊາຄື: ນາງ ໂພເງິນ ໄຊຍະພັນ ສາຂາວິຊາ ສື່ສານມວນຊົນ ຄະນະອັກສອນສາດ, ທ້າວ ເຢ້ ທໍ່ ສາຂາວິຊາ ກົດໝາຍທຸລະກິດ ຄະນະນິຕິສາດ ແລະ ລັດຖະສາດ, ນາງ ຈີ ຈ້າງ ສາຂາວິຊາ ວິສະວະກຳກົນຈັກ, ທ້າວ ຊໍາເຢັ້ງ ລໍໄຟຈົງ  ສາຂາວິຊາ ວິສະວະກຳໂຍທາ  ແລະ ທ້າວ ວິລະສັກ ຄຳສີວໍລະວົງ ສາຂາວິຊາ ວິສະວະກຳໄຟຟ້າ ຄະນະວິສະວະກໍາສາດ ເຊິ່ງທຶນທີ່ໄດ້ຮັບ ແມ່ນ 14.000.000 ກີບ (ສິບສີ່ລ້ານກີບ)ຕໍ່ຄົນ/ຕໍ່ປີ  ແລະ ນັກສຶກສາຜູ້ທີ່ໄດ້ຮັບທຶນຍັງໄດ້ເຂົ້າເຝິກງານຢູ່ບໍລິສັດໄຟຟ້າຫົງສາປີລະ 1 ຄັ້ງ ເພື່ອຮຽນຮູ້ ແລະ ເຝິກຝົນປະສົບການການເຮັດວຽກກັບບໍລິສັດ, ຫຼັງຈາກຈົບການສຶກສາຜູ້ຮັບທຶນຈະຕ້ອງໄດ້ເຂົ້າເປັນສັນຍາຈ້າງງານກັບບໍລິສັດໄຟຟ້າຫົງສາໃນໄລະເວລາ 2 ປີ.

ພາບບັນຍາກາດ