Select your language

ໃນຕອນບ່າຍ ວັນທີ 19 ກັນຍາ 2023 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບ ບໍລິສັດພັດທະນາວັດສະດຸ ແລະການຄ້າ ຢຸນນານຈຳກັ (YUNAN cuiyuan materials and Trading development Co., Ltd) ໄດ້ລົງນາມການຮ່ວມມືທາງດ້ານວິຊາການພາຍໃຕ້ໂຄງການ NUOL Integrated Smart Energy Project” ທີ່ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ, ຕາງໜ້າລົງນາມຝ່າຍ ມະຫາວິທະຍາໄລແຫ່ງຊາດ ໂດຍທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ຕາງໜ້າໃຫ້ບໍລິສັດ ພັດທະນາວັດສະດຸ ແລະການຄ້າ ຢຸນນານຈຳກັດ ໂດຍທ່ານ ເຊິງກວານ ເຈົ່າເຝີງ (Shengguan Zhaofeng) ພາຍໃຕ້ການເປັນສັກຂີພິຍານຂອງທັງສອງຝ່າຍ ມີທ່ານຫົວໜ້າຫ້ອງການ, ຄະນະບໍດີ, ພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.

          ການລົງນາມການຮ່ວມມືໃນຄັ້ງນີ້ແມ່ນເພື່ອສ້າງ ໂຄງການພະລັງງານອັດສະລິຍະປະສົມປະສານໃນ ມຊ ເພື່ອເກັບກຳຂໍ້ມູນການນຳໃຊ້ພະລັງງານໄຟຟ້າໃນມະຫາວິທະຍາໄລແຫ່ງຊາດ, ສຶກສາການກໍ່ສ້າງໂຄງການໄຟຟ້າພະລັງງານແສງອາທິດ ໂດຍມີການອອກແບບຮ່ວມກັນຈາກທັງສອງຝ່າຍ. ໂຄງການດັ່ງກ່າວຖືເປັນອີກໜື່ງໂຄງການທີ່ຈະຊ່ວຍໃຫ້ ມະຫາວິທະຍາໄລແຫ່ງຊາດ ກາຍເປັນມະຫາວິທະຍາໄລທີ່ມີຄວາມທັນສະໄໝດ້ານພະລັງງານແບບຍືນຍົງ