Select your language

ໃນວັນທີ 19 ກັນຍາ 2023 ຜ່ານມາ, ມະຫາວິທະຍາໄລກະເສດສາດ ຣາຊະອານາຈັກໄທ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດໂຄງການເຝິກອົບຮົມການຈັດການທາດອາຫານພືດ ແລະ ດິນຢ່າງມີປະສິດທິພາບ, ພາຍໃຕ້ການຮ່ວມມືກັບບໍລິສັດ ໄທເຊັນທັນເຄມີ ຈຳກັດ ທີ່ຫ້ອງປະຊຸມສະໂມສອນ ມຊ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ພ້ອມດ້ວຍແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະຊາວກະສິກຳຂອບເຂດນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

          ໃນພິທີ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ໄດ້ກ່າວຕ້ອນຮັບ ຄະນາຈານຈາກໂຄງການ ພ້ອມດ້ວຍຄະນະທີ່ເຂົ້າຮ່ວມຢ່າງອົບອຸ່ນ; ພ້ອມທັງກ່າວເຖິງຄວາມສໍາຄັນ ໃນໂຄງການດັ່ງກ່າວນີ້ວ່າ: ກະສິກຳຖືເປັນວຽກງານໜື່ງທີ່ສຳຄັນເປັນຫົວໃຈຫຼັກໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ພ້ອມທັງເປັນທ່າແຮງຫຼັກທີ່ຊຸກຍູ້-ສົ່ງເສີມການຂະຫຍາຍຕົວຂອງເສດຖະກິດໃນແຕ່ລະຂົງເຂດ ແລະເປັນແຫຼ່ງອາຫານຂອງປະຊາກອນ, ຍ້ອນແນວນັ້ນ ເພື່ອໃຫ້ການຜະລິດສາມາດຕອບສະໜອງໄດ້ທັງປະລິນມານ ແລະຄຸນນະພາບ ການຫັນເອົານະວັດຕະກຳທີ່ທັນສະໄໝມາໜູນໃຊ້ເຂົ້າໃນການຜະລິດກະສິກຳ ຖືເປັນສິ່ງທີ່ຊາວກະສິກຳຕ້ອງໄດ້ມີການຮຽນຮູ້ ເຊິ່ງການຈັດເຝິກອົບຮົມໃນຄັ້ງນີ້ຖືເປັນການເລີ່ມຕົ້ນການຮ່ວມມືທີ່ດີ ເພາະຜູ້ທີ່ເຂົ້າຮ່ວມສາມາດນຳເອົາບົດຮຽນຈາກ ອາຈານ ແລະ ຜູ້ຊ່ຽວຊານມາ ປັບໃຊ້ເຂົ້າໃນການປະຕິບັດຕົວຈິງ ໃນການຜະລິດກະສິກຳເຊັ່ນ: ປູກເຂົ້າ, ສາລີ, ປູກຜັກ, ມັນຕົ້ນ...

          ການເຝິກອົບຮົມໃນຄັ້ງນີ້ມີທັງໝົດ 4 ຫົວຂໍ້ຄື: ການຈັດການທາດອາຫານພືດ ແລະກິນຢ່າງມີປະສິດທິພາບ, ທາດອາຫານທີ່ຈຳເປັນສຳລັບການຈະເລີນເຕີບໂຕຂອງພືດ, ຂະບວນການສ້າງທາດອາຫານໃຫ້ກັບພືດ, ການແປຮູບຜະລິດຕະພັນຈາກພືດເພື່ອສ້າງມູນຄ່າເພີ່ມ ເຊິ່ງນຳສະເໜີໂດຍ ອາຈານຈາກມະຫາວິທະຍາໄລກະເສດສາດ ຣາຊະອານາຈັກໄທ.

ພາບບັນຍາກາດ