Select your language

ໃນຕອນເຊົ້າ ວັນທີ 20 ກັນຍາ 2023 ນີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປະກາດຕໍາແໜ່ງ ຮອງອະທິການບໍດີ ທີ່ຫ້ອງປະຊຸມສະໂມສອນຊັ້ນ II ມຊ. ໂດຍການເປັນປະທານຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ເຂົ້າຮ່ວມມີ ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ຄະນະປະຈໍາພັກກະຊວງສຶກສາທິການ ແລະກິລາ, ເລຂາຄະນະພັກ, ອະທິການບໍດີ ມຊ, ພ້ອມດ້ວຍຄະນະ, ມີບັນດາທ່ານຄະນະບໍລິຫານງານພັກ ມຊ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ 3 ອົງການຈັດຕັ້ງມະຫາຊົນ ມຊ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

          ໃນພິທີ ທ່ານ ນາງ ວຽງແກ້ວ ພົມມະວົງ ຫົວໜ້າກົມຈັດຕັ້ງ ແລະພະນັກງານກະຊວງສຶກສາທິການ ແລະກີລາ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮອງອະທິການບໍດີ ມຊ. ສະບັບ ເລກທີ 272/ນຍ, ລົງວັນທີ 29 ສິງຫາ 2023 ໂດຍໄດ້ແຕ່ງຕັ້ງ ທ່ານ ສິນທະວອນ ດາລາວົງ ເປັນຮອງອະທິການບໍດີ ມຊ.

          ພ້ອມດຽວກັນນັ້ນ, ທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍໄດ້ໂອ້ລົມຕໍ່ພິທີ ເຊິ່ງບາງຕອນທ່ານໄດ້ກ່າວວ່າມະຫາວິທະຍາໄລແຫ່ງຊາດ ເປັນມະຫາວິທະຍາໄລທີ່ພັກ ແລະລັດຖະບານ ເອົາໃຈໃສ່ເປັນພິເສດ ເປັນແຫຼ່ງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບຂັ້ນສູງເພື່ອສະໜອງສະໃຫ້ແກ່ການພັດທະນາປະເທດຊາດ ເຊິ່ງເປັນມະຫາວິທະຍາໄລທີ່ສໍາຄັນ, ສະນັ້ນ ເພື່ອໃຫ້ມະຫາວິທະຍາໄລໄດ້ຕາມຈຸດປະສົ່ງທີ່ພັກ ແລະລັດວາງໄວ້ນັ້ນ ແມ່ນເປັນຄວາມຮັບຜິດຊອບຂອງບັນດາຄູ-ອາຈານທົ່ວ ມຊ. ເວົ້າລວມ ກໍແມ່ນບັນດາຄະນະພັກ-ຄະນະນໍາຂອງ ມຊ ທັງຊຸດເກົ່າ ແລະຊຸດໃໝ່ ທີ່ໄດ້ຮັບພາລະໜ້າທີ່ສ້າງສາ ແລະພັດທະນາ ມຊ. ຕະຫຼອດມາ ແລະມາເຖິງປັດຈຸບັນຄະນະນໍາບາງທ່ານໄດ້ຮັບບໍານານ ຈຶ່ງໄດ້ສ້າງຜູ້ສືບທອດປ່ຽນແທນຈຶ່ງໄດ້ແຕ່ງຕັ້ງຄະນະນໍາຊຸດໃໝ່ ເຊິ່ງ ທ່ານ ສິນທະວອນ ດາລາວົງ ກໍແມ່ນຜູ້ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຄະນະນໍາ ແລະຈາກຄູ-ອາຈານທົ່ວ ມຊ. ຈຶ່ງໄດ້ຮັບການຄັດເລືອກມາເປັນຄະນະນໍາຊຸດໃໝ່ ແລະກໍຫວັງວ່າຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຈະພ້ອມກັນສືບຕໍ່ພັດທະນາ ມຊ. ຮ່ວມກັບຄະນະຊຸດເກົ່າໄດ້ເປັນຢ່າງດີ ແລະໃນໂອກາດນີ້ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະນໍາ ແລະບັນດາຄູ-ອາຈານທົ່ວ ມຊ. ຈົ່ງເອົາໃຈໃສ່ສືບຕໍ່ສ້າງວຽກງານຮັບປະກັນຄຸນນະພາບການສຶກສາ, ການພັດທະນາກ່ຽວກັບບຸກຄະລາກອນ ໃຫ້ຫັນໄປສູ່ການຄົ້ນຄວ້າ ແລະການສ້າງນະວັດຕະກໍາໃໝ່ ໂດຍສະເພາະການແກ້ໄຂບັນຫາຂອງສັງຄົມ ແລະໃນໂອກາດນີ້ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາຄູ-ອາຈານ, ພະນັກງານທັງໝົດທົ່ວ ມຊ. ຈົ່ງໃຫ້ການຮ່ວມແຮງຮ່ວມໃຈພ້ອມກັນສືບຕໍ່ ພັດທະນາ ມຊ. ໂດຍສະເພາະແມ່ນວຽກງານການຄົ້ນຄວ້າ ແມ່ນໃຫ້ຄຽງຄູໄປກັບວຽກງານກາສອນສິດສອນ ແລະໃຫ້ມີການປະສານງານກັບມະຫາວິທະຍາໄລຢູ່ຕ່າງປະເທດ ເພື່ອໄປພົບປະແລກປ່ຽນຄວາມຮູ້ດ້ານວິຊາການຕື່ມອີກ.

ພາບບັນຍາກາດ