Select your language

ໃນວັນທີ 21 ກັນຍາ 2023 ທີ່ຫ້ອງປະຊຸມ ຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ), ທ່ານ ຖາງ ປ່ຽວ ເຫວິນ ຫົວໜ້າພະແນກຊັບພະຍາກອນມະນຸດ ແລະ ປະກັນສັງຄົມ ເຂດປົກຄອງກວາງຊີ ສປ ຈີນ ພ້ອມຄະນະ ໄດ້ເຂົ້າຢ້ຽມຢາມ ແລະພົບປະຄະນະນຳ ມຊ ໂດຍມີ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ; ຈຸດປະສົງຂອງການພົບປະຄະນະນໍາ ມຊ ໃນຄັ້ງນີ້ແມ່ນເພື່ອປຶກສາຫາລື ການຮ່ວມມື ວາງສະແດງກ່ຽວກັບການບໍລິການ ດ້ານຊັບພະຍາກອນມະນຸດ ຈີນ-ອາຊຽນ ແລະ ກອງປະຊຸມ ປຶກສາຫາລືການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ ຈີນ-ອາຊຽນ ປີ 2023 ທີ່ຈະຈັດຂຶ້ນ ລະຫວ່າງວັນທີ 3-4 ພະຈິກ ທີ່ີເມືອງນານນິງ, ແຂວງກວາງຊີ ສປ ຈີນ.

         ໃນໂອກາດດັ່ງກ່າວ, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ກ່າວສະແດງຄວາມຊົມເຊີຍ ແລະຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາຢ້ຽມຢາມ; ພ້ອມທັງໄດ້ນໍາສະເໜີ ສະພາບລວມໂດຍຫຍໍ້ກ່ຽວກັບ ມຊ ໃຫ້ແກ່ຄະນະ ສະມາຄົມຄົນຈີນ ກວາງຊີ ໄດ້ຮັບຊາບ, ເຊິ່ງການພົບປະກັນຂອງສອງຝ່າຍ ເປັນການຊ່ວຍເສີມຂະຫຍາຍສາຍພົວພັນ ການຮ່ວມມືລະຫວ່າງ ສປ ຈີນ ແລະ ສປປ ລາວ ໂດຍສະເພາະແມ່ນຂະແໜງການສຶກສາ ແລະພັດທະນາຊັບພະຍາກອນມະນຸດເປັນຕົ້ນ.  

         ທ່ານ ຖາງ ປ່ຽວ ເຫວິນ Tang Biaowen( 唐标文) ກໍໄດ້ນໍາສະເໜີສະພາບລວມໂດຍຫຍ້ ຂອງພະແນກຊັບພະຍາກອນມະນຸດ ແລະ ປະກັນສັງຄົມ ເຂດປົກຄອງກວາງຊີ ສປ ຈີນ, ນໍາສະເໜີກິດຈະກໍາຕ່າງໆ ໃນງານວາງສະແດງ ແລະເວທີປຶກສາຫາລື ກ່ຽວກັບການຮ່ວມມືພັດທະນາຊັບພະຍາກອນມະນຸດ ທີ່ຈະຈັດຂືຶ້ນໃນເດືອນພະຈິກ ທີ່ຈະມາເຖິງ ພ້ອມທັງຖືໄດ້ເຊື້ອເຊີນ ຄະນະນຳ ມຊ ເຂົ້າຮ່ວມ ແລະຂື້ນປະກອບຄໍາເຫັນໃນເວທີປຶກສາຫາລືການຮ່ວມມືດ້ານຊັບພະຍາກອນ ຈີນ-ອາຊຽນ; ທັງສະເໜີໃຫ້ ມຊ ແນະນໍາ ແລະປຸກລະດົມຂົນຂວາຍບັນດານັກວິທະຍາສາດ, ຊ່ຽວຊານ, ໄວໜຸ່ມນັກສຶກສາ ເຂົ້າຮ່ວມ ແລະມີສ່ວນຮ່ວມໃນງານວາງສະແດງ ການບໍລິການທາງດ້ານຊັບພະຍາກອນມະນຸດ ຈີນ-ອາຊຽນ, ພ້ອມນັ້ນ ພາຍໃນງານຍັງຈະມີການຈັດເວທີສົນທະນາການຮ່ວມມື ແລະພັດທະນາບຸກຄະລາກອນທີ່ມີຄຸນະພາບສູງ ຈີນ-ອາຊຽນ, ເວທີສົນທະນານັກສຶກສາໜຸ່ມ ຈີນ-ອາຊຽນ, ກອງປະຊຸມສຸດຍອດ ຊັບພະຍາກອນມະນຸດຈີນ (ກວາງຊີ) ຄັ້ງທີ 6 ແລະ ກອງປະຊຸມຍ່ອຍອື່ນໆທີ່ກ່ຽວຂ້ອງ ເພື່ອເປັນການພົບປະ-ແລກປ່ຽນ ກັບບັນດານັກຊ່ຽວຊານທີ່ມາຈາກມະຫາວິທະຍາໄລແຫ່ງຕ່າງໆມີມີຊື່ສຽງຂອງຈີນ ແລະບັນດາປະເທດສະມະຊິກອາຊຽນ.

ໃນຕອນທ້າຍ, ທ່ານ ຖາງປ່ຽວເຫວິນ Tang Biaowen( 唐标文) ໄດ້ມອບເຄື່ອງໃຊ້ຫ້ອງການປະກອບມີ: ຄອມພິວເຕີ  2 ໝ່ວຍ ,ປຣິນເຕີ  2 ໝ່ວຍ ມູນຄ່າ 38,000,000 ກີບ ໃຫ້ແກ່ ສູນຄົ້ນຄວ້າຈີນ ມຊ ອີກດ້ວຍ.

ພາບບັນຍາກາດ