Select your language

ໃນຕອນເຊົ້າ ຂອງວັນທີ 22 ກັນຍາ 2023 ຄະນະຊັບພະຍາກອນນໍ້າ (ວິທະຍາເຂດຕາດທອງ) ມະຫາວິທະຍາ ໄລແຫ່ງຊາດ (ມຊ), ໄດ້ມີການຈັດຕັ້ງພິທີ ປິດ-ເປີດສົກຮຽນ ແລະ ມອບປະກາສະນີຍະບັດໃຫ້ຜູ້ສໍາເລັດການສຶກສາ ປະຈຳສົກສຶກສາ 2022-2023 ໂດຍການເປັນປະທານຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ທ່ານ ປອ. ອຸ່ນຫຼ້າ ສີວັນເພັງ ຄະນະບໍດີ ຄະນະຊັບພະຍາກອນນໍ້າ ມີບັນດາແຂກຖືກເຊີນ, ພະນັກງານ, ຄູອາຈານ ແລະນັກສຶກສາໃນລະດັບປະລິນຍາຕີ ແລະປະລິນຍາໂທ ເຂົ້າຮ່ວມ.

ໃນພິທີ, ທ່ານ ປອ. ອຸ່ນຫຼ້າ ສີວັນເພັງ ກໍໄດ້ຂຶ້ນຜ່ານບົດສະຫຼຸບໄດ້ສະຫຼຸບລາຍງານການເຄື່ອນໄຫວປະຈໍາສົກສຶກສາ 2022-2023 ແລະ ຜ່ານແຜນການຈັດຕັ້ງປະຕິບັດ ສົກຮຽນ 2023-2024 ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຄຊນແມ່ນ 1 ໃນ 13 ຄະນະວິຊາທີ່ຂຶ້ນກັບ ມຊ ຕັ້ງຢູ່ວິທະຍາເຂດຕາດທອງ, ປະກອບມີ 7 ພະແນກຄື: ພະແນກບໍລິຫານ-ສັງລວມ, ພະແນກຈັດຕັ້ງ ແລະ ຄຸ້ມຄອງພະນັກງານ, ພະແນກວິຊາການ, ພະແນກການເງິນ ແລະ ຊັບສິນ, ພະແນກຄຸ້ມຄອງນັກສຶກສາ, ພະແນກການສຶກສາຫຼັງປະລິນຍາຕີ ແລະພະແນກຄົ້ນຄວ້າ ແລະ ບໍລິການວິຊາການ; ມີພາກວິຊາທັງໝົດ 3 ພາກວິຊາຄື: ພາກວິຊາຊົນລະປະທານ, ພາກວິຊາພັດທະນາ ແລະ ຄຸ້ມຄອງຊັບພະຍາກອນນໍ້າ ແລະພາກວິຊາອຸຕຸນິຍົມ ແລະອຸທົກກະສາດ. ໃນສົກສຶກສາ 2022-2023 ນີ້ ຄຊນ ມີນັກສຶກສາ ທີ່ສຳເລັດການສຶກສາທັງໝົດ 100 ຄົນ ຍິງ 37 ຄົນ, ໃນນັ້ນ ເປັນນັກສຶກສາໃນລະດັບປະລິນຍາຕີ ຈໍານວນ 89 ຄົນ ຍິງ 36, ປະລິນຍາໂທ ຈຳນວນ 11 ຄົນ ຍິງ 1 ຄົນ;

ພ້ອມດຽວກັນນັ້ນ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ກໍໄດ້ເປັນກຽດມອບໃບປະກາສະນີບັດໃນລະດັບປະລິນຍາໂທ ແລະ ປະລິນຍາຕີ ໃຫ້ກັບນັກສຶກສາ ແລະທ່ານຍັງໄດ້ມີຄຳເຫັນໂອ້ລົມກັບນັັກສຶກສາທີ່ຈົບໃໝ່ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ນັກສຶກສາທີ່ຈົບຈາກ ມະຫາວິທະຍາໄລແຫ່ງຊາດ (ຄຊນ) ກໍປຽບສະເໜືອກຳລັງຫຼັກທີ່ຈະເປັນນັກວິຊາການດ້ານຊັບພະຍາກອນນໍ້າທີ່ຈະຊ່ວຍການພັດທະນາສັງຄົມ ກໍຄືປະເທດຊາດທີ່ພວມພັດທະນາໃນປັດຈຸບັນ, ຫວັງຢ່າງຍີ່ງວ່າບັນດິດໃໝ່ທຸກໆຄົນຈະໜູນໃຊ້ຄວາມຮູ້ທີ່ໄດ້ຮໍ່າຮຽນມາເຂົ້າໃນການປະຕິບັດໜ້າທີ່ວຽກງານຢ່າງເຕັມສ່ວນ, ພ້ອມນັ້ນ ກໍຫວັງພະນັກງານ, ຄູ-ອາຈານ ທົ່ວຄະນະ ຄຊນ ຈະສືບຕໍ່ສົ່ງຄວາມຮູ້ໃຫ້ກັບນ້ອງໆນັກສຶກສາຢ່າງເຕັມເມັດເຕັມໜ່ວຍ.