Select your language

ໃນຕອນເຊົ້າ ວັນທີ 26 ກັນຍາ 2023, ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດຕັ້ງພິທີສະຫຼຸບຊຸດຮຽນ 2019-2023 (ຮຸ່ນທີ23) ຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງຄະນະ, ໂດຍການເປັນປະທານຂອງທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ມີທ່ານ ຮສ. ປອ. ແຫຼມທອງ ລັດດາວົງ ຄະນະບໍດິ ຄະນະວິທະຍາສາດທຳມະຊາດ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຮສ. ປອ. ແຫຼມທອງ ລັດດາວົງ  ຂໍໄດ້ຂຶ້ນຜ່ານບົດສະຫຼຸບປະຈຳສົກສຶກສາ ໄດ້ຂື້ນຜ່ານບົດສະຫຼຸບຊຸດຮຽນ2019-2023 (ຮຸ່ນທີ23) ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຄະນະວິທະຍາສາດທໍາມະຊາດໄດ້ຮັບການສ້າງຕັ້ງຂຶ້ນພ້ອມກັບການສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ, ດ້ານກົງຈັກການຈັດຕັ້ງ ຄະນະວິທະຍາສາດທໍາມະຊາດ ປະຈຸບັນມີ 5 ພາກວິຊາ ແລະ 6 ພະແນກບໍລິຫານ, ມີຫຼັກສູດທີ່ຖືກອະນຸມັດຈາກກະຊວງສືກສາທິການ ແລະ ກີລາ ຈໍານວນ 24 ສາຂາ; ໃນນັ້ນ ມີຫຼັກສູດປະລິນຍາເອກ 01 ສາຂາ, ຫຼັກສູດປະລິນຍາໂທ 8 ສາຂາ, ຫຼັກສູດປະລິນຍາຕີ 14 ສາຂາ ແລະ ຫຼັກສູດຕໍ່ເນື່ອງອິກ 1 ສາຂາ, ມີພະນັກງານຄູ-ອາຈານ ທັງໝົດ 105 ທ່ານ, ຍິງ 46 ທ່ານ, ມີນັກສຶກສາລວມທັງໝົດ 1.292 ຄົນ, ຍິງ 476 ຄົນ, ໃນສົກສຶກສານີ້ ມີຜູ້ສຳເລັດການສຶກສາ ທັງໝົດ 335 ຄົນ (94.63%), ເປັນເພດຍິງ 122 ຄົນ ແລະ ບໍ່ສຳເລັດການສຶກສາ 19 ຄົນ (5.37%) ໃນນີ້ ພິເສດ: ໄດ້ຮັບປະກາສະນີຍະບັດກຽດນິຍົມ ຈໍານວນ 19 ຄົນ (ສາຂາເຄມີສາດ 02 ຄົນ, ສາຂາເຄມີສິງແວດລ້ອມ 01 ຄົນ, ສາຂາຄະນິດສາດ 01 ຄົນ, ສາຂາສະຖິຕິ 01 ຄົນ, ສາຂາວິທະຍາສາດຄອມພິວເຕີ 05 ຄົນ, ສາຂາການພັດທະນາເວບໄຊ 06 ຄົນ ແລະ ສາຂາການພັດທະນາໂປຣແກຣມຄອມພີວເຕີ 03 ຄົນ); ຜ່ານການຈັດຕັ້ງປະຕິບັດໃນການສຶກສາຮໍ່າຮຽນ ແລະ ເຄື່ອນໄຫວກິດຈະກໍາຕ່າງໆ ຕະຫຼອດຊຸດຮຽນ ໄດ້ມີນັກສຶກສາ ຈໍານວນ 316 ຄົນ, ເພດຊາຍ 202 ຄົນ ແລະ ເພດຍິງ 114 ຄົນ ທີ່ໄດ້ຮັບການຍ້ອງຍໍ ເຊິ່ງມີລາຍລະອຽດດັ່ງນີ້: ເດັ່ນຮອບດ້ານ 126 ຄົນ,  ຍິງ 41 ຄົນ, ເດັ່ນການຮຽນ 17 ຄົນ, ຍິງ 07 ຄົນ ແລະເດັ່ນການເຄື່ອນໄຫວກິດຈະກໍາ 173 ຄົນ, ຍິງ 66 ຄົນ.

ພ້ອມນັ້ນ, ໃນພິທີ ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ ເຊິ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ກັບຜົນງານຂອງນັກສຶກສາທີ່ສາມາດຍາດມາໄດ້ ໂດຍສະເພາະກໍແມ່ນນັກສຶກສາທີ່ໄດ້ຮັບກຽດນິຍົມ ຜົນງານເຫຼົ່ານີ້ລ້ວນແຕ່ເປັນຜົນງານຂອງການຕັ້ງໃຈສືຶກສາຮໍ່າຮຽນຕະຫຼອດໄລຍະເວລາ 4 ປີຜ່ານມານັ້ນເອງ, ພ້ອມດຽວກັນນັ້ນ ທ່ານຍັງໄດ້ເນັ້ນຢໍ້າກັບພະນັກງານ ຄູ-ອາຈານ ທຸກທ່ານຈົ່ງສືບຕໍ່ຮັກສາມູນເຊື້ອອັນດີງານ ຍົກລະດັບການຮຽນ-ການສອນ ໃຫ້ມີຄວາມທັນສະໄໝ ໝູນໃຊ້ເທັກໂນໂລຊີເຂົ້າມາຊ່ວຍໃນການຮຽນ-ການສອນ ແລະປະຕິບັດໃຫ້ລ້ອນໜ້າທີ່.

ພາບບັນຍາກາດ