Select your language

ໃນຕອນເຊົ້າ ວັນທີ 27 ກັນຍາ 2023, ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບຊຸດຮຽນ ປະຈຳສົກສຶກສາ 2022-2023 ຂຶ້ນທີ່ຫ້ອງປະຊຸມ ຄະນະເສດຖະສາດ ແລະບໍລິຫານທຸລະກິດ, ໂດຍການເປັນປະທານຂອງທ່ານ ຮສ. ປອ . ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ, ມີທ່ານ ຮສ. ສະເຫຼີມສັກ ພາບຸດດີ ຄະນະບໍດິ ຄະນະວິທະຍາສາດສັງຄົມ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

      ໃນໂອກາດນີ້, ທ່ານ ຮສ. ສະເຫຼີມສັກ ພາບຸດດີ ໄດ້ຂຶ້ນຜ່ານບົດສະຫຼຸບປະຈຳສົກສຶກສາ 2022-2023, ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຄະນະວິທະຍາສາດສັງຄົມ ໄດ້ສ້າງຕັ້ງຂຶ້ນພ້ອມກັບການສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາສາດສັງຄົມປະກອບມີ 5 ພາກວິຊາ ແລະ 7 ພະແນກ, ມີຫຼັກສູດທີ່ຖືກອະນຸມັດຈາກກະຊວງສຶກສາທິການ ແລະກີລາ ຈໍານວນ 20 ສາຂາ; ໃນນັ້ນ ມີຫຼັກສູດປະລິນຍາເອກ 01 ສາຂາ, ຫຼັກສູດປະລິນຍາໂທ 7 ສາຂາ, ຫຼັກສູດປະລິນຍາຕີ 9 ສາຂາ ແລະຫຼັກສູດຕໍ່ເນື່ອງອີກ 3 ສາຂາ, ໃນສົກສຶກສານີ້ ມີຜູ້ສຳເລັດການສຶກສາ ທັງໝົດ 537 ຄົນ, ຍິງ 333 ຄົນ ແລະໃນນີ້ ພິເສດ: ມີນັກສຶກສາໄດ້ຮັບປະກາສະນີຍະບັດກຽດນິຍົມ(ໃບປະກາດແດງ) ຈໍານວນ 2  ຄົນ, ຍິງ 1 ຄົນ, ຜ່ານການຈັດຕັ້ງປະຕິບັດການສຶກສາຮໍ່າຮຽນ ແລະເຄື່ອນໄຫວກິດຈະກໍາຕ່າງໆຕະຫຼອດສົກສຶກສາຜ່ານມາ ມີນັກສຶກສາໄດ້ຮັບການຍ້ອງຍໍທັງຫມົດ 229 ຄົນ, ຍິງ 157 ຄົນ; ດີເດັ່ນຮອບດ້ານຈຳນວນ 72 ຄົນ, ຍິງ 41 ຄົນ; ດີເດັ່ນດ້ານການຮຽນ 64 ຄົນ, ຍິງ 53 ຄົນ; ດີເດັ່ນກິດຈະກຳ 96 ຄົນ, ຍິງ 63 ຄົນ.

      ໃນຕອນທ້າຍພິທີ ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເຊິ່ງກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານຂອງນັກສຶກສາທີ່ນັກສຶກາສາ ໄດ້ສຳເລັດການສຶກາສາໃນສົກສຶກສານີ້, ທ່ານກ່າວບາງຕອນວ່າ: ຜົນງານເຫຼົ່ານີ້ແມ່ນໝາກຜົນ ຂອງການຕັ້ງໃຈສຶກສາ-ຮໍ່າຮຽນຕະຫຼອດໄລຍະເວລາ 4 ປີຂອງນັກສຶກສາ ທີ່ໄດ້ສູ້ຊົນ ອົດທົນພະຍາຍາມຈຶ່ງຍາດໄດ້ຜົນສໍາເລັດອັນສໍາຄັນນີ້ໄດ້, ແຕ່ກໍເປັນຜົນສໍາເລັດໃນຂັ້ນຕົ້ນທີ່ໄດ້ຜ່ານການສຶກສາຕໍາລາຮຽນ, ຮຽນຮູ້ຈາກຄູ-ອາຈານ. ສິ່ງສໍາຄັນແມ່ນການນໍາເອົາຄວາມຮູ້-ຄວາມສາມາດໄປໝູນໃຊ້ເຂົ້າໃນການປະກອບອາຊີບ ແລະປະຕິບັດວຽກງານຕົວຈິງໃນອະນາຄົດໃຫ້ເກີດດອກອອກຜົນ; ພ້ອມດຽວກັນ ທ່ານຍັງໄດ້ກ່າວເນັ້ນໜັກຕໍ່ພະນັກງານ, ຄູ-ອາຈານ ທຸກທ່ານຈົ່ງສືບຕໍ່ຮັກສາມູນເຊື້ອອັນດີງາມ, ເອົາໃຈໃສ່ຍົກລະດັບການຮຽນ-ການສອນ ໃຫ້ມີຄວາມທັນສະໄໝ, ຮູ້ໝູນໃຊ້ເທັກໂນໂລຊີເຂົ້າຊ່ວຍໃນການຮຽນ-ການສອນ ແລະປະຕິບັດວຽກງານທີ່ໄດ້ມອບໝາຍໃຫ້ລ້ອນໜ້າທີ່.

ພາບບັນຍາກາດ