Select your language

ໃນວັນທີ 1 ຕຸລາ 2023 ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ (ຄຊປປລ ມຊ) ໄດ້ຕ້ອນຮັບການມາ ຢ້ຽມຢາມຂອງຄະນະຊາວໜຸ່ມໂຄງການເຄື່ອຂ່າຍຊາວໜຸ່ມຂົງເຂດປະເທດລຸ່ມແມ່ນໍ້າຂອງ-ອາຊຽນ ຕ້ານຢາເສບຕິດຄັ້ງທີ 3 ທີ່ຫ້ອງປະຊຸມສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ, ເຊິ່ງໃຫ້ການຕ້ອນຮັບນຳໂດຍ ສະຫາຍ ພຸດທະສອນ ສູນທະນາ ຜູ້ຕາງໜ້າຈາກກະຊວງປ້ອງກັນປະເທດ,ສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ຮອງເລຂາ ຄຊປປລ ມຊ ພ້ອມດ້ວຍຄະນະ ແລະຊາວໜຸ່ມນັກສຶກສາ ມຊ ເຂົ້າຮ່ວມ.

          ໃນໂອກາດນີ້, ສະຫາຍ ນາງ ຮສ. ປອ. ມາລາວັນ ຈິດຕະວົງ ຄຊປປລ ມຊ ກໍໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວມະຫາວິທະຍາໄລແຫ່ງຊາດ ເຊິ່ງສະຫາຍໄດ້ຍົກເຫັນກ່ຽວກັບພາບລວມການເຄື່ອນໄຫວຂອງ ມຊ, ວຽກງານການຮ່ວມມືສາກົນ-ພົວພັນຕ່າງປະເທດ, ການເຄື່ອນໄຫວວຽກງານຊາວໜຸ່ມຂອງ ມຊ ຕ້ານຢາເສບຕິດ ແລະການປະກອບສ່ວນຂອງຊາວໜຸ່ມໃນການຊ່ວຍເຫຼືອສັງຄົມ ເປັນຕົ້ນ, ຫຼັງຈາກນັ້ນ ກໍໄດ້ເປີດໂອກາດໃຫ້ໃຫ້ນັກສຶກສາໄດ້ສົນທະນາແລກປ່ຽນຄວາມຄິດເຫັນ.

          ໂຄງການເຄື່ອຂ່າຍຊາວໜຸ່ມຂົງເຂດປະເທດລຸ່ມແມ່ນໍ້າຂອງ-ອາຊຽນ ຕ້ານຢາເສບຕິດຄັ້ງທີ 3 ຈັດຂຶ້ນໂດຍມີຈຸດປະສົງເພື່ອໃຫ້ຊາວໜຸ່ມໃນຂົງເຂດອາຊຽນໄດ້ແລກປ່ຽນຄວາມຮູ້ ແລະປະສົບການກ່ຽວກັບການປ້ອງກັນ ແລະແກ້ໄຂບັນຫາຢາເສບຕິດທີ່ເໝາະສົມກັບແຕ່ລະຂົງເຂດຂອງຕົນ, ທັງເປັນການຂະຫຍາຍສາຍພົວພັນຮ່ວມມືໃນບັນດາປະເທດສະມາຊິກອາຊຽນເພື່ອແກ້ໄຂບັນຫາຢາເສບຕິດ ໃນໄລຍະເວລາທັງໝົດ 10 ມື້ (29 ກັນຍາ - 8 ຕຸລາ 2023) ໂດຍມີທັງໝົດ 10 ປະເທດເຂົ້າຮ່ວມຄື: ລາວ, ໄທ, ຫວຽກນາມ, ກຳປູເຈຍ, ມຽນມາ, ຟີລິປິນ, ຕິມໍເລດເຕ, ຈິນ, ມາເລເຊຍ ແລະສິງກາໂປ.

ພາບບັນຍາກາດ