Select your language

ໃນຕອນເຊົ້າ ວັນທີ 2 ຕຸລາ 2023ຄະນະວິທະຍາສາດປ່າໄມ້ (ຄປມ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບຊຸດຮຽນ 2019-2023, ເປີດສົກຮຽນໃໝ່ 2023-2024 ແລະ ສະເຫຼີມ-ສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຂຶ້ນທີ່ຫ້ອງປະຊຸມ ຄະນະຂອງຕົ້ນ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ, ມີທ່ານ ສຈ.ປອ. ລັດສະໝີ ບຸບຜາ ຄະນະບໍດິ ຄະນະວິທະຍາສາດປ່າໄມ້, ມີບັນດາທ່ານແຂກທີ່ຖືກເຊີນ, ມີບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

          ໃນໂອກາດນີ້, ທ່ານ ສຈ.ປອ. ລັດສະໝີ ບຸບຜາ ໄດ້ຂຶ້ນຜ່ານບົດສະຫຼຸບປະຈຳສົກສຶກສາ 2022-2023, ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຄປມ ປະກອບມີ 5 ພາກວິຊາ, ມີ 2 ສູນຄົ້ນຄວ້າ (ສູນສຶກສາການປ່ຽນແປງພູມອາກາດ, ສູນຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ໄມ້) ແລະ 1 ສູນຮຽນຮູ້ກຳຈັດສິ່ງເສດເຫຼືອ. ປັດຈຸບັນມີພະນັກງານທັງໝົດ 81 ຄົນ ຍິງ 31 ຄົນ, ຄປມ ໄດ້ດຳເນີນການພັດທະນາໂດຍອີງໃສ່ແຜນການ 5 ປີ ຊຶ່ງມີ 7 ແຜນງານ, 32 ໂຄງການ ຜັນຂະຫຍາຍເປັນແຜນປີ 2022-2023 ແລະ ສາມາດຕີລາຄາຜົນສຳເລັດດັ່ງນີ້: ໃນສົກປີ 2022-2023 ມີຜູ້ສຳເລັດການການສຶກສາທັງໝົດ 96 ຄົນ, ປະລິນຍາຕີ 76 ຄົນ, ນັກສຶກສາລະດັບປະລິນຍາໂທ 18 ຄົນ, ປະລິນຍາເອກ 2 ຄົນ. ນັກສຶກສາໄດ້ຕົວເດັ່ນຮອບດ້ານປະເພດ 1 ຈຳນວນ 29 ຄົນ ຍິງ 18 ຄົນ. ເດັ່ນການຮຽນ 21 ຄົນ ຍິງ 14 ຄົນ, ເດັ່ນກິດຈະ ກຳ 21 ຄົນ ຍິງ 15 ຄົນ. ໃນສົກຮຽນ 2023-2024 ມີນັກສຶກສາທັງໝົດ 351 ຄົນ ຍິງ 164 ຄົນ (ນັກສຶກສາໃນແຜນ: 75 ຄົນ ຍິງ 45 ແລະ ນອກແຜນ 276 ຄົນ ຍິງ 119 ຄົນ, ນັກສຶກສາລະດັບປະລິນຍາເອກ 22 ຄົນ ຍິງ 4 ຄົນ, ນັກສຶກສາປະລິນຍາໂທ 48 ຄົນ ຍິງ 11 ຄົນ, ນັກສຶກສາປະລິນຍາຕີ 273 ຄົນ ຍິງ 141 ຄົນ ແລະ ປະລິນຍາຕີຕໍ່ເນື່ອງ 8 ຄົນ ຍິງ 8 ຄົນ).

          ໃນພິທີໄດ້ມີການອ່ານສານອວຍພອນວັນຄູ ເນື່ອງໃນໂອກາດວັນຄູແຫ່ງຊາດ ຂໍອວຍພອນໄຊແດ່ຄູໃນທົ່ວປະເທດເວົ້າລວມ ເວົ້າສະເພາະກໍແມ່ນຄູພາຍໃນຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ຈົ່ງມີພະລານາໄມສົມບູນແຂງແຮງ, ມີຄວາມສຸກປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ສ້າງນັກສືຶກສາໃຫ້ເປັນຜູ້ສືບທອດທີ່ດີ ພັດທະນາສ້າງ ສາປະເທດຊາດຕໍ່ໄປ.

          ໃນໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ໄດ້ໃຫ້ກຽດມອບໃບປະກາສະນີຍະບັດໃຫ້ແກ່ຜູ້ສໍາເລັດການສຶກສາຕາມລຳດັບ. ນອກນັ້ນທ່ານຍັງໄດ້ໃຫ້ກຽດໂອ້ລົມ ຮຽກຮ້ອງໃຫ້ນັກສຶກສາທີ່ສຳເລັດການສຶກສາໃນຄັ້ງນີ້ ຈົ່ງນໍາເອົາຄວາມຮູ້-ຄວາມສາມາດທີ່ໄດ້ຮຽນມາ ໄປນຳໃຊ້ເຂົ້າໃນການດຳລົງຊີວິດຕົວຈິງໃຫ້ເກີດດອກອອກຜົນ.

ພາບບັນຍາກາດ