Select your language

        ໃນວັນທີ 4 ຕຸລາ 2023 ນີ້, ຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບສົກຮຽນປະຈຳສົກສຶກສາ 2022-2023 ແລະເປີດສົກຮຽນໃໝ່ 2023-2024 ທີ່ຫ້ອງປະຊຸມສະໂມສອນ ຄະນະ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ມີທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຄະນະບໍດີ ຄສບ ພ້ອມດ້ວຍທ່ານຮອງຄະນະບໍດີ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທີ່ຈົບການສຶກສາໃນສົກສຶກສານີ້ ເຂົ້າຮ່ວມ.

          ໃນພິທີ, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ກໍໄດ້ຂຶ້ນຜ່ານບົດສະຫຼຸບປະຈຳສົກສຶກສາ 2022-2023 ແລະ ຜ່ານແຜນປະຈຳສົກສຶກສາ 2023-2024 ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ໃນປັດຈຸບັນ ຄສບ ມີພະນັກງານ, ຄູ-ອາຈານ ທັງໝົດ 91 ຄົນ ຍິງ 45 ຄົນ; ຈົບການສຶກສາໃນລະດັບປະລິນຍາເອກ 17 ຄົນ ຍິງ 3 ຄົນ, ລະດັບປະລິນຍາໂທ 68 ຍິງ 39 ຄົນ. ມີນັກສຶກສາທັງໝົດ 3,788 ຄົນ ຍິງ 2,589 ຄົນ ແບ່ງເປັນນັກສຶກສາໃນລະດັບປະລິນຍາເອກ 14 ຄົນ ຍິງ 3 ຄົນ; ປະລິນຍາໂທ 171 ຄົນ ຍິງ 96 ຄົນ ແລະລະດັບປະລິນຍາຕີ 3,603 ຄົນ ຍິງ 2,490 ຄົນ; ຄສບ ດໍາເນີນການຮຽນການສອນທັງໝົດ  25 ຫຼັກສູດ (ໃນນັ້ນມີຫຼັກສູດ ປະລິນຍາເອກ 2 ຫຼັກສູດ, ຫຼັກສູດປະລິນຍາໂທ 7 ຫຼັກສູດ, ຫຼັກສູດ, ປະລິນຍາຕີ 11 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 4 ຫຼັກສູດ ແລະຫຼັກສູດນາໆຊາດ 2 ຫຼັກສູດ).

          ໃນສົກສຶືກສານີ້ ມີນັກສຶກສາທີ່ສຳເລັດການສຶກສາທັງໝົດຈຳນວນ 874 ຄົນ ຍິງ 606 ຄົນ; ສຳເລັດການສຶກສາໃນລະດັບປະລິນຍາເອກ ຈຳນວນ 2 ທ່ານ ຍິງ 1 ທ່ານ, ສຳເລັດການສຶກສາໃນລະດັບປະລິນຍາໂທ ຈຳນວນ 168 ຄົນ ຍິງ 96 ຄົນ; ສຳເລັດການສຶກສາໃນລະດັບປະລິນຍາຕີ 704 ຄົນ ຍິງ 509 ຄົນ ພິເສດມີນັກສຶືກສາທີ່ໄດ້ຮັບໃບປະກາສະນີບັດກຽດນິຍົມທັງໝົດ 8 ຄົນ ຍິງ 6 ຄົນ; ມີນັກສຶກສາໄດ້ຮັບການຍ້ອງຍໍທັງໝົດ 233 ຄົນ ເຊິ່ງໄດ້ຮັບການຍ້ອງຍໍດີເດັ່ນດ້ານການຮຽນຈຳນວນ 86 ຄົນ, ດີເດັ່ນຮອບດ້ານຈຳນວນ 45 ຄົນ ແລະດີເດັ່ນດ້ານກິດຈະກຳ 102 ຄົນ.

          ໃນໂອກາດນີ້, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ກໍໄດ້ມີຄຳເຫັນ ແລະໂອ້ລົມຕໍ່ພິທີເຊິ່ງທ່ານໄດ້ເນັ້ນຢໍ້າກັບນັກສຶກສາທີ່ສຳເລັດການສຶືກສາໃນສົກນີ້ໃຫ້ນຳໃຊ້ຄວາມຮູ້ທີ່ຕົນເອງໄດ້ຮໍ່າຮຽນນຳໃຊ້ເຂົ້າໃນການປະກອບອາຊີບ, ວຽກງານຕ່າງໆໃຫ້ເຕັມທີ່ ເພື່ອສ້າງສາ ແລະພັດທະນາປະເທດຊາດ ແລະຈົ່ງເປັນບຸກຄະລາກອນທີ່ເຕັມໄປດ້ວຍຈັນຍາບັນ ແລະວິຊາສະເພາະທີ່ຊ່ຽວຊານ.

ພາບບັນຍາກາດ