Select your language

ໃນວັນທີ 6 ຕຸລາ 2023 ນີ້, ຄະນະວິທະຍາສາດທຳມະຊາດ (ຄວທ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເປີດຫຼັກສູດ ປະລິນຍາເອກ ສາຂາ ຟີຊິກສາດ ຂຶ້ນທີ່ຫ້ອງປະຊຸມຂອງ ຄະນະຕົນ ເຊິ່ງເປັນຫຼັກສູດທຳອິດ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ທ່ານ ຄຳແກ້ວ ຫານຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ ແລະທ່ານ ຮສ. ປອ. ແຫຼມທອງ ລັດດາວົງ ຄະນະບໍດີ ຄວທ, ມີຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

   ໃນພິທີທ່ານ ຮສ. ປອ. ສູນທອນ ສິງສຸໂພ ຮອງຫົວໜ້າພາກວິຊາ ຟີຊິກສາດ ຄວທ. ໄດ້ຂຶ້ນນຳສະເໜີກ່ຽວກັບຫຼັກສູດ ລະດັບປະລິນຍາເອກ ສາຂາ ຟີຊິກສາດ ເປັນເຫຼັກສູດທຳອິດຂອງຄະນະ ຄວທ ຂຶ້ນກັບພາກວິຊາຟີຊິກສາດ ແລະພະແນກການສຶກສາຫຼັງປະລິນຍາຕີ ຄວທ; ການເປີດການຮຽນ-ການສອນ ຫຼັກສູດດັ່ງກ່າວ ກໍເພື່ອສ້າງນັກວິຊາການ ລະດັບປະລິນຍາເອກ ໃຫ້ມີຄວາມຮູ້-ຄວາມສາມາດ ຢ່າງເລິກເຊິ່ງທາງດ້ານຟີຊິກສາດ, ມີປະສົບການ ທີ່ສາມາດນຳໃຊ້ເຂົ້າໃນວຽກງານການຄົ້ນຄວ້າ, ເປັນຜູ້ໃຫ້ຄຳປຶກສາ ແລະ ພັດທະນາວິທະຍາສາດ, ມີຈັນຍາບັນ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະມະຫາຊົນ ແລະ ມີທັດສະນະແຮງງານ. ເຊິ່ງຜູ້ທີ່ຮຽນຈົບຫຼັກສູດນີ້ ຍັງສາມາດ ສິດສອນ ແລະ ເຮັດການຄົ້ນຄວ້າ ຢູ່ຕາມສະຖາບັນການສຶກສາຊັ້ນສູງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ; ສາມາດ ນຳໃຊ້ທິດສະດີ, ຫຼັກການທາງດ້ານຟີຊິກສາດ  ແລະ ເຄື່ອງມືຕ່າງໆທີ່ກ່ຽວຂ້ອງ ເຂົ້າໃນການແກ້ໄຂບັນຫາດ້ານທໍລະນີສາດ, ວັດສະດຸສາດ, ພະລັງງານທົດແທນ ແລະ ລັງສີນິວເຄລຍ; ປະດິດສ້າງເຄື່ອງມື, ອຸປະກອນ ແລະ ລະບົບຄວບຄຸມການຜະລິດ ເຂົ້າໃນການປະກອບອາຊີບທີ່ກ່ຽວຂ້ອງ; ໄລຍະເວລາຂອງການຮຽນ-ການສອນແມ່ນເລີ່ມແຕ່ປີ 2023-2026 (3 ປີ, ມີ 6 ພາກຮຽນ)ມີນັກສຶກສາທັງໝົດ 5 ທ່ານ ເຊິ່ງຈັດຕັ້ງການຮຽນ-ການສອນ ຮູບແບບ 2 (ແມ່ນຮູບແບບການສຶກສາທີ່ເນັ້ນໃສ່ການຮຽນພາກທິດສະດີ ແລະ ການຄົ້ນຄວ້າວິທະຍາສາດ) ສອນເປັນລະບົບໜ່ວຍກິດ ໃນແຜນການຮຽນ ຊຶ່ງລວມທັງໝົດມີ 57 ໜ່ວຍກິດ.  ສຳລັບອາຈານທີ່ຈະມາສິດສອນແມ່ນອາຈານຢູ່ພາຍໃນຄະນະ, ອາຈານຮັບເຊີນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ທັງພາຍໃນ ແລະຈາກປະເທດຫວຽດນາມ.

   ຕອນທ້າຍພີທີ ທ່ານ ນາງ ພູວັນ ສຸກສົມຫວັງ ຫົວຫນ້າພະແນກການສຶກສາຫລັງປະລິນຍາຕີ ຄວທ ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກທີ 526/ສສກ, ລົງວັນທີ 15 ກຸມພາ 2023 ວ່າດ້ວຍການຮອງຮັບອະນຸມັດນຳໃຊ້ຫຼັກສູດປະລິນຍາເອກ ວິທະຍາສາດ ສາຂາຟີຊິກສາດຂອງ ຄວທ.  ມຊ ໃຫ້ທີີ່ປະຊຸມຮັບຊາບອີກດ້ວຍ.

ພາບບັນຍາກາດ