Select your language

ໃນຕອນເຊົ້າ ວັນທີ 5 ຕຸລາ 2023 ຄະນະວິທະຍາສາດການກີລາ-ກາຍະກຳ (ຄວກ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບຊຸດຮຽນ 2019-2023, ເປີດສົກຮຽນໃໝ່ 2023-2024 ແລະສະເຫຼີມ-ສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຂຶ້ນທີ່ຫ້ອງປະຊຸມ ສະໂມສອນຊັ້ນ II ມຊ, ໂດຍການເປັນປະທານຂອງທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ມີທ່ານ ຮສ. ປອ. ອິນຕອງ ເລີດສິນໄຊ ຄະນະບໍດີ ຄະນະວິທະຍາສາດການກີລາ-ກາຍະກຳ, ມີບັນດາທ່ານຮອງຄະນະບໍດີ, ມີທ່ານແຂກທີ່ຖືກເຊີນ, ບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

          ໃນໂອກາດນີ້, ທ່ານ ປອ. ໃຈລາສີ ຍໍພັນໄຊ ຮອງຄະນະບໍດີ ຄວກ ໄດ້ຂຶ້ນຜ່ານບົດສະຫຼຸບຊຸດຮຽນ 2019-2023, ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຄະນະວິທະຍາສາດການກີລາ-ກາຍະກຳ ມີພະນັກງານ ຄູ-ອາຈານທັງໝົດ ຈໍານວນ 38 ຄົນ, ຍິງ 14 ຄົນ. ມີນັກສຶກສາທັງໝົດ 146 ຄົນ, ຍິງ 50 ຄົນ. ສໍຳລັບການຈັດຕັ້ງການຮຽນ-ການສອນໃນຊຸດຮຽນ 2019-2023 ປະກອບມີ 7 ສາຂາຄື ສາຂາພະລະສຶກສາ, ສາຂາຄູຝຶກບານເຕະ, ຄູຝຶກບານສົ່ງ, ຄູຝຶກແລ່ນ-ລານ, ບໍລິຫານການກີລາ, ວິທະຍາສາດການກີລາ ແລະຕໍ່ເນື່ອງປະລິນຍາຕີສາຂາຄູພະລະສຶກສາ.

          ນັກສຶກສາທີ່ສໍາເລັດໃນສົກສຶກສາ 2019-2023 ມີຈໍານວນ 82 ຄົນ, ຍິງ 25 ຄົນ ໃນນັ້ນມີນັກສຶກສາທີ່ໄດ້ກຽດນິຍົມ ຈໍານວນ 5 ຄົນ, ຍິງ 1 ຄົນ. ຜ່ານການຈັດຕັ້ງປະຕິບັດການສຶກສາຮໍ່າຮຽນ ແລະເຄື່ອນໄຫວກິດຈະກໍາຕ່າງໆຕະຫຼອດສົກສຶກສາຜ່ານມາ ມີນັກສຶກສາໄດ້ຮັບການຍ້ອງຍໍ ດີເດັ່ນຮອບດ້ານ ຈຳນວນ 39 ຄົນ, ຍິງ 14 ຄົນ; ດີເດັ່ນດ້ານການເຄື່ອນໄຫວກິດຈະກຳ ຈໍານວນ 45 ຄົນ, ຍິງ 11 ຄົນ.

            ໃນຕອນທ້າຍພິທີ ທ່ານ ຮສ. ໂພສີ ທິບດາວັນ ໄດ້ຂຶ້ນໂອລົມຕໍ່ ພິທີ ເຊິ່ງກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານຂອງນັກສຶກສາທີ່ນັກສຶກາສາ ແລະໄດ້ກ່າວຍ້ອງຍ້ອງຍໍຜົນງານທີ່ທາງຄະນະວິທະຍາສາດການກີລາ-ກາຍະກຳ ຍາດມາໄດ້ໃນຕະຫຼອດໄລຍະ 1 ປີຜ່ານມາ. ພ້ອມນັ້ນທ່ານກໍຍັງໄດ້ ກ່າວເນັ້ນບາງຕອນວ່າໃຫ້ຄູ-ອາຈານເອົາໃຈໃສ່ວຽກງານຄົ້ນຄວ້າຕື່ມອີກ ເພື່ອສ້າງໃຫ້ມີຜູ້ຊ່ຽວຊານໃນວົງການກີລາລາວ. ນອກນັ້ນທ່ານຍັງໄດ້ຮຽກຮ້ອງມາຍັງນັກສຶກສາຈົ່ງສືບຕໍ່ປະຕິບັດຕົນໃຫ້ເປັນຄົນດີ ເປັນຜູ້ທີ່ມີຄຸນທາດການເມືອງ ມີຄຸນສົມບັດສິນທໍາປະຕິບັດ ຄຽງຄູ່ກັບຄວາມຮູ້ຄວາມສາມາດທີ່ມີ ເພື່ອນໍາເອົາຄວາມຮູ້ທີ່ໄດ້ຮໍ່າຮຽນມາຕະຫຼອດ 4 ປີໃຫ້ສາມາດນໍາເອົາໄປປະກອບອາຊີບໄດ້ ບໍ່ວ່າຈະເປັນວຽກງານດ້ານກີລາ ຫຼື ດ້ານອື່ນໆກໍ່ໃຫ້ສາມາດຫາລາຍໄດ້ລ້ຽງຊີບ ແລະຄອບຄົວໃຫ້ມີຊິວິດທີ່ດີຂຶ້ນ.